logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ລະ​ດົມ​ແຫຼ່ງ​ກຳ​ລັງ​ໃນ​ທົ່ວ​ສັງ​ຄົມ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ເຮືອນຫຼັງ​ໃໝ່ ແລະ ສ້​ອມ​ແປງ​ເຮືອນ​ໃຫ້​ແກ່​ປະ​ຊາ​ຊົນ

2025/12/9 | 09:06:04
(VOVWORLD) - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງດຳເນີນ “ບັ້ນເຄື່ອນໄຫວ ກວາງຈູງ” ຢ່າງຮີບດ່ວນວ່ອງໄວທີ່ສຸດ ດ້ວຍເປົ້າໝາຍກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນມີເຮືອນເສຍຫາຍໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ແລະ ສ້ອມແປງເຮືອນເປເພໃຫ້ສຳເລັດກ່ອນວັນທີ 31 ເດືອນ ທັນວາ 2025.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VOV)

ຕອນເຊົ້າວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະ ກອງປະຊຸມທາງໄກກັບບັນດາອຳນາດການປົກຄອງທ້ອງຖິ່ນກ່ຽວກັບສະພາບການປະຕິບັດ “ບັ້ນເຄື່ອນໄຫວກວາງຈູງ” ກໍ່ສ້າງເຮືອນຫຼັງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກເສຍຫາຍ, ເປເພຢ່າງໜັກໜ່ວງຍ້ອນພາຍຸນ້ຳຖ້ວມຄັ້ງຜ່ານມາ ຢ່າງຮີບດ່ວນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ  ການສ້າງເຮືອນຫຼັງໃໝ່, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຄັ້ງນີ້ ແມ່ນໄດ້ຮັບການໜູນຊ່ວຍຈາກຫຼາຍແຫຼ່ງ ລວມມີງົບປະມານຂອງສູນກາງ ແລະ ທ້ອງຖິ່ນ; ການໜູນຊ່ວຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນປະຊາຄົມເຂດຊຸມຊົນ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງດຳເນີນ “ບັ້ນເຄື່ອນໄຫວ ກວາງຈູງ” ຢ່າງຮີບດ່ວນວ່ອງໄວທີ່ສຸດ ດ້ວຍເປົ້າໝາຍກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນມີເຮືອນເສຍຫາຍໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ແລະ ສ້ອມແປງເຮືອນເປເພໃຫ້ສຳເລັດກ່ອນວັນທີ 31 ເດືອນ ທັນວາ 2025.

TAG
VOV/VOVworld/“ບັ້ນ​ເຄື່ອນ​ໄຫວກວາງ​ຈູງ”/ສ້ອມ​ແປງ​ເຮືອນ​ເປ​ເພ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ