logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮ່ວມ​ແຮງ​ຮ່ວມ​ໃຈ​ພັດ​ທະ​ນາ​ຂະ​ແໜງ logistics ທົ່ວ​ໂລກ​​ສີ​ຂຽວ, ດີ​ຈີ​ຕອນ, ອັດ​ສະ​ລິ​ຍະ, ຍືນ​ຍົງ

2025/10/9 | 07:31:18
(VOVWORLD) - ກ່າວຄຳເຫັນ ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນສະພາບການປັດຈຸບັນ logistics ນັບມື້ນັບຢັ້ງຢືນໄດ້ບົດບາດແມ່ນສາຍເລືອດ ຂອງ ພື້ນຖານເສດຖະກິດ, ແມ່ນຂົວເຊື່ອມຕໍ່ລະຫວ່າງການຜະລິດ, ການຂົນສົ່ງ, ຈຳໜ່າຍ ແລະ ບໍລິໂພກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຮ່ວມແຮງຮ່ວມໃຈພັດທະນາຂະແໜງ logistics ທົ່ວໂລກແຫ່ງສີຂຽວ, ດີຈີຕອນ, ອັດສະລິຍະ, ຍືນຍົງ ຜ່ານນັ້ນກໍ່ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາລະຫວ່າງບັນດາປະເທດ. ນີ້ແມ່ນສານໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກຢູ່ວາລະປະຊຸມຄົບຄະນະຂອງ ກອງປະຊຸມໃຫຍ່ FIATA World Congress 2025 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ຕຸລາຢູ່ຮ່າໂນ້ຍ.

ກ່າວຄຳເຫັນ ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນສະພາບການປັດຈຸບັນ logistics ນັບມື້ນັບຢັ້ງຢືນໄດ້ບົດບາດແມ່ນສາຍເລືອດ ຂອງ ພື້ນຖານເສດຖະກິດ, ແມ່ນຂົວເຊື່ອມຕໍ່ລະຫວ່າງການຜະລິດ, ການຂົນສົ່ງ, ຈຳໜ່າຍ ແລະ ບໍລິໂພກ. ໂດຍແມ່ນປະເທດນອນຢູ່ບັນດາເສັ້ນທາງໃນການເດີນເຮືອ, ການບິນສາກົນ ດ້ວຍຫາດຊາຍຍາວຢຽດກ່ວາ 3.200 ກີໂລແມັດ, ຫວຽດນາມ ກຳນົດ logistics ແມ່ນໜຶ່ງໃນສາມກຳລັງໜູນການເຕີບໂຕ. ທ່ານໃຫ້ຮູ້ວ່າ:

ຍູ້ແຮງການຮ່ວມມືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ໃນ logistics, ການຮ່ວມມືພັດທະນາ ໂດຍໄວ, ສີຂຽວ, ຍືນຍົງ; ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ,  ສ້າງບັນດາສູນ logistics ອັດສະລິຍະ, ເຊືອມຈອດກັນ, ເຊື່ອມຈອດກັບບັນດາສູນ logistics ຂອງບັນດາປະເທດນຳກັນ, ເຊື່ອມຈອດ logistics  ລະຫວ່າງບັນດາປະເທດກັບປະເທດ, ປະເທດ ກັບພາກພື້ນ, ພາກພື້ນ ກັບສາກົນ.

TAG
VOV/VOVworld/logistics/​​ສີ​ຂຽວ/ດີ​ຈີ​ຕອນ/ອັດ​ສະ​ລິ​ຍະ/ຍືນ​ຍົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ