logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ແບ່ງ​ປັນ​ກັບ​ປະ​ຊາ​ຊົນ​ພ​າກ​ກາງ

2025/11/25 | 10:25:56
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າແມ່ນໜ້າທີ່ປະຈຳ, ຍາວນານ ແລະ ທ່ານຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ປະກາດໃຊ້ກົນໄກໜູນຊ່ວຍສິລະປະກອນ, ໝູ່ບ້ານອາຊີບ, ວິສາຫະກິດວັດທະນະທຳ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນ ທີ່ພິທີ (ພາບ: VOV)

ຕອນຄ່ຳວັນທີ 24 ພະຈິກ, ຢູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂສັບປະດາ “ຄວາມມານະສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳຫວຽດນາມ” ປີ 2025 ດ້ວຍຫົວຂໍ້ “ພ້ອມກັນສາມັກຄີ - ມຸ່ງໄປເຖິງພາກກາງ”. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນໄດ້ສະຫງວນໜຶ່ງນາທີ ກົ້ມຫົວອາໄລຫາ ຜູ້ເສຍຊີວິດໃນເຫດຝົນຕົກນ້ຳຖ້ວມ ຢູ່ພາກກາງ - ໄຕງວຽນ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າແມ່ນໜ້າທີ່ປະຈຳ, ຍາວນານ ແລະ ທ່ານຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ປະກາດໃຊ້ກົນໄກໜູນຊ່ວຍສິລະປະກອນ, ໝູ່ບ້ານອາຊີບ, ວິສາຫະກິດວັດທະນະທຳ; ຕິດພັນວຽກງານອະນຸລັກຮັກສາກັບ ການພັດທະນາການທ່ອງທ່ຽວແບບຍືນຍົງ; ພັດທະນາລະບອບລະບຽບການ, ເປັນຕົ້ນແມ່ນເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຮັບປະກັນການແຜ່ຂະຫຍາຍ ແລະ ຄວາມຍຸຕິທຳໃນການຊົມໃຊ້ວັດທະນະທຳ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ພິເສດມື້ນີ້ພວກເຮົາສາມັກຄີກັນ, ມຸ່ງໄປເຖິງເຂດພາກກາງ. ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ນ້ຳໃຈສະຫາຍ, ນ້ຳໃຈປະຊາຊົນຮ່ວມຊາດໃນເວລາປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າຮຽກຮ້ອງຕ້ອງຮ່ວມແຮງຮ່ວມໃຈ, ຮ່ວມທຸກຮ່ວມສຸກ, ແບ່ງປັນກັບປະຊາຊົນເຂດພາກກາງ ໃນເວລາປະສົບກັບຄວາມຫຍຸ້ງຍາກນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ກຳລັງຂອງຄວາມມາຫາສາມັກຄີທົ່ວປວງຊົນທັງຊາດ, ດ້ວຍບ່ອນອີ່ງແມ່ນປະຊາຊົນຈະສ້າງຂຶ້ນປະຫວັດສາດ” ພວກເຮົາພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສ້າງປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ມີຄວາມສີວິໄລ ແລະ ວັດທະນາຖາວອນ.


TAG
VOV/VOVworld/ວາມມານະສາມັກຄີທົ່ວປວງຊົນທັງຊາດ/ວັດທະນະທຳ/ການ​ທ່ອງ​ທ່ຽວ/ວິ​ສາ​ຫະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ