logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

2025/10/15 | 08:40:54
(VOVWORLD) -  ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່

ອາຍຸການ 2020 – 2025, ແຂວງ ແທັງຮວ໊າ ໄດ້ຮັກສາລະດັບການເຕີບໂຕ GDP ສູງ, ລະເລ່ຍໄລຍະຄາດວ່າບັນລຸ 10,24%, ຢືນອັນດັບທີ 4 ໃນທົ່ວປະເທດ. ພື້ນຖານໂຄງລ່າງນັບມື້ນັບໄດ້ຮັບການກໍ່ສ້າງໃຫ້ສົມບູນແບບ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ.

        ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສ້າງແຂວງ ແທັງຮວ໋າ ກາຍເປັນ “ແຂວງແບບຢ່າງ”, ສ້າງບັນດາໂຄງການ, ແຜນການພັດທະນາຂອງແຂວງໃຫ້ສອດຄ່ອງກັບຍຸດທະສາດພັດທະນາລວມຂອງປະເທດຊາດໃນສະພາບການໃໝ່, ສ້າງແຂວງ ແທັງຮວ໊າ ໃຫ້ກາຍເປັນຂົ້ວເຕີບໂຕໃໝ່ຂອງປະເທດຊາດ.  

        ຕ້ອງຖືວຽກງານກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ເຂັ້ມແຂງຮອບດ້ານເປັນສຳຄັນ. ບຸກທະລຸພັດທະນາພື້ນຖານໂຄງລ່າງຄົບຊຸດ. ບຸກທະລຸກ່ຽວກັບຈິນຕະນາການປ່ຽນແປງໃໝ່ ແລະ ການກະທຳຢ່າງຂ້ຽວຂາ, ພັດທະນາວິທະຍາສາດເຕັກໂນໂລຢີ.

        ແທັງຮວ໊າ ກໍຕ້ອງເອົາໃຈໃສ່ເຖິງການເປີດກວ້າງການພົວພັນການຕ່າງປະເທດ, ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາກັບປະເທດ ລາວ ອ້າຍນ້ອງ.

ລ້າຍຮວາ

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​​ແຂວງ ແທັງ​ຮວ໊າ ຄັ້ງ​ທີ XX/ແຂວງແບບຢ່າງ”

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ