logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ຮຽກ​ຮ້ອງ​ໃຫ້​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ, ຮັບ​ມື​ກັບ​ພາ​ຍຸ KALMAEGI

2025/11/4 | 11:51:28
(VOVWORLD) - ຕອນເຊົ້າວັນທີ 5 ພະຈິກ, ພາຍຸ KALMAEGI ຈະສືບຕໍ່ເຄື່ອນໄປຕາມທິດຕາເວັນຕົກຕາເວັນຕົກສ່ຽງເໜືອ, ຕອນເຊົ້າວັນທີ 5 ພະຈິກ ຈະເຄື່ອນເຂົ້າທະເລຕາເວັນອອກ, ກາຍເປັນພາຍຸລູກທີ 13 ເຄື່ອນໄຫວຢູ່ທະເລຕາເວັນອອກໃນປີ 2025.
ພະຍາກອນກ່ຽວກັບ ພາຍຸເລກທີ 13 Kalmaegi (ພາບ: ສູນອຸຕິນິຍົມ, ອຸທົກກະສາດແຫ່ງຊາດ)

ພາຍຫຼັງເຄື່ອນເຂົ້າທະເລຕາເວັນອອກ, ພາຍຸລູກດັ່ງກ່າວຈະພັດຖະຫຼົ່ມເຂົ້າເຂດພາກກາງ ຫວຽດນາມ, ໃນສະພາບເຂດດັ່ງກ່າວຫາກໍ່ຮັບມືກັບຝົນຕົກນ້ຳຖ້ວມຄັ້ງປະຫວັດສາດທີ່ແກ່ຍາວເປັນຫຼາຍຄັ້ງ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ, ຮັບມືກັບພາຍຸ KALMAEGI  ແລະ ຝົນຕົກນ້ຳຖ້ວມພາຍຫຼັງພາຍຸ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນ, ໂດຍສະເພາະແມ່ນທ້ອງຖິ່ນຕ່າງໆຈາກ ດ່າໜັງ ຕະຫຼອດຮອດ ແຄັງຮວ່າ ຈັດຕັ້ງການຕິດຕາມ, ກຳແໜ້ນສະພາບການຜັນແປຂອງພາຍຸນ້ຳຖ້ວມ; ສຳຫຼວດກວດຄືນບັນດາແບບວິທີ, ກຽມພ້ອມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບພາຍຸ ແລະ ນ້ຳຖ້ວມຫຼັງພາຍຸ; ຮັບປະກັນຄວາມປອດໄພກ່ຽວກັບຊີວິດອິນຊີໃຫ້ແກ່ປະຊາຊົນ ແລະ ຈຳກັດຜົນເສຍຫາຍກ່ຽວກັບຊັບສິນຂອງປະຊາຊົນ ແລະ ລັດ ຢ່າງສຸດຂີດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກກໍລະນີ.

TAG
VOV/VOVworld/ພາຍຸ KALMAEGI

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ