logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ຮອດ ວຽງ​ຈັນ ເລ​ີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ລາວ

2025/12/2 | 12:07:04
(VOVWORLD) -  ຕອນເຊົ້າວັນທີ 2 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການປະຕິບັດງານຢູ່ລາວ. 
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ຢູ່ສະໜາມບິນ (ພາບ: VOV)

ຕອນເຊົ້າວັນທີ 2 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການປະຕິບັດງານຢູ່ລາວ, ເຂົ້າຮ່ວມກອງປະຊຸມຂັ້ນສູງລະຫວ່າງສອງພັກ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ. ພ້ອມດຽວກັນນັ້ນ ກໍດຳເນີນບັນດາການເຄື່ອນໄຫວສອງຝ່າຍກັບລາວ ເຊັ່ນ, ການພົບປະການນຳຂັ້ນສູງຂອງລາວ; ເປັນປະທານຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ລາວ.

        ໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ຄະນະຜູ້ແທນລັດຖະບານສອງປະເທດ ໄດ້ດຳເນີນການສຳຫຼວດກວດຄືນ, ຕີລາຄາສະພາບການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງໃນແຜນການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ປີ 2025; ພ້ອມທັງໄດ້ແລກປ່ຽນ, ເປັນເອກະພາບທາງດ້ານທິດທາງ ແລະ ໜ້າທີ່ຮ່ວມມືໄລຍະ 2026 – 2030 ແລະ ປີ 2030 ແລະ ປີ 2026, ແນໃສ່ຫັນບົດສະຫຼຸບຂອງກອງປະຊຸມສອງກົມການເມືອງໃຫ້ເປັນລະອຽດ.


TAG
VOV/VOVworld/ກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ