logo

ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ບັນ​ດາ​ ໂຄງ​ການ, ​ກິດຈະ​ກຳ ສຳຄັນ​ແຫ່ງ​ຊາດ

2025/11/8 | 13:20:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ປັດຈຸບັນມີກ່ວາ 120 ໂຄງການ, ກິດຈະກຳຂຶ້ນກັບການຊີ້ນຳຂອງຄະນະຊີ້ນຳ ຢູ່ກ່ວາ 30 ແຂວງ, ນະຄອນຂຶ້ນກັບ 3 ຂົງເຂດທາງບົກ, ທາງອາກາດ ແລະ ທາງທະເລ. 
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດ ກ່ຽວກັບບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ໂຄງການຈຸດສຸມຂະແໜງຄົມມະນາຄົມແລະ ຂົນສົ່ງໄດ້ເປັນປະທານກອງປະຊຸມຄັ້ງທີ 21 ຂອງ ຄະນະຊີ້ນຳ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກຈາກສຳນັກງານລັດຖະບານ ກັບ 26 ແຂວງ, ນະຄອນ ທີ່ມີບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ໂຄງການຈຸດສຸມຂະແໜງຄົມມະນາຄົມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ປັດຈຸບັນມີກ່ວາ 120 ໂຄງການ, ກິດຈະກຳຂຶ້ນກັບການຊີ້ນຳຂອງຄະນະຊີ້ນຳ ຢູ່ກ່ວາ 30 ແຂວງ, ນະຄອນຂຶ້ນກັບ 3 ຂົງເຂດທາງບົກ, ທາງອາກາດ ແລະ ທາງທະເລ. ມາຮອດປັດຈຸບັນ ຄະນະຊີ້ນຳໄດ້ຈັດກອງປະຊຸມ 20 ຄັ້ງ, ມີ 19 ໂຄງການ, ກິດຈະກຳທາງບົກກ ແລະ ທ່າອາກາດສະຍານຈຳນວນໜຶ່ງ ຂຶ້ນກັບຊີ້ນຳ ຄະນະຊີ້ນຳນຳເຂົ້າເຄື່ອນໄຫວເປັນປົກກະຕິແລ້ວ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ວັນທີ 19 ທັນວາໂດຍແມ່ນວັນຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ພິທີເປີດນຳໃຊ້ບັນດາໂຄງການ, ກິດຈະກຳໃຫຍ່, ເວລາຍັງເຫຼືອພຽງ 2 ເດືອນ ດັ່ງນັ້ນຕ້ອງເພີ່ມທະວີຄວາມໄວ, ບຸກທະລຸໃນການຜັນຂະຫຍາຍບັນດາໂຄງການ, ກິດຈະກຳຈຸດສຸມ.

TAG
VOV/VOVworld/ພື້ນ​ຖານ​ໂຄງ​ລ່າງ/ກິດ​ຈະ​ກຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ