logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ສະ​ພາບກ​ານ​ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງທ້ອງຖິ່ນ ສອງ​ຂັ້ນ

2025/10/1 | 12:51:32
(VOVWORLD) - ຢູ່ກອງປະຊຸມ, ນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 3 ເດືອນທີ່ຜັນຂະຫຍາຍ, ການຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ. 
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານເພື່ອຕີລາຄາສະພາບການປະຕິບັດ ແລະ ກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກຂອງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ຢູ່ກອງປະຊຸມ, ນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 3 ເດືອນທີ່ຜັນຂະຫຍາຍ, ການຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ. ມາຮອດປັດຈຸບັນ, ກົງຈັກອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນ ໄດ້ຮັບການບູລະນະກ່ຽວກັບການຈັດຕັ້ງ ແລະ ບູກຄະລາກອນສຳເລັດໂດຍພື້ນຖານແລ້ວ, ເຄື່ອນໄຫວຢ່າງລຸລ່ວງ, ບໍ່ຖືກຂາດວັກຂາດຕອນ, ຮັບປະກັນການຮັບໃຊ້ປະຊາຊົນໃຫ້ດີກ່ວາ, ການປະຕິຮູບອຳນາດການປົກຄອງ ແລະ ການຫັນເປັນດີຈີຕອນບັນລຸໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ເພື່ອສືບຕໍ່ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂຂໍ້ຕິດຂັດໃນທັນທີ.

TAG
VOV/VOVworld/ອຳ​ນາດ​ການ​ປົກ​ຄອງ/ການ​ປັບ​ປຸງ/ການ​ປະ​ຕິ​ຮູບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ