logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ ຄັ້ງ​ທີ 48 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ ລະ​ຫວ່າງ​ລັດ​ຖະບານ ຫວຽດ​ນາມ - ລາວ

2025/12/2 | 09:10:00
(VOVWORLD) - ຕອນເຊົ້າວັນທີ 02 ທັນວາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເດີນທາງໄປຍັງປະເທດລາວ ແລະ ເຂົ້າຮ່ວມການພົບປະລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ - ລາວ, ເຊິ່ງດຳເນີນແຕ່ວັນທີ 2 – 3 ທັນວາ. 
 ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເດີນທາງໄປຍັງປະເທດລາວ (ພາບ: VGP)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ, ຕອນເຊົ້າວັນທີ 02 ທັນວາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເດີນທາງໄປຍັງປະເທດລາວ ແລະ ເຂົ້າຮ່ວມການພົບປະລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ - ລາວ, ເຊິ່ງດຳເນີນແຕ່ວັນທີ 2 – 3 ທັນວາ. ໃນກອງປະຊຸມຄັ້ງນີ້,  ຄະນະຜູ້ແທນລັດຖະບານສອງປະເທດຈະຕີລາຄາສະພາບການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງໃນແຜນການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ປີ 2025; ພ້ອມທັງແລກປ່ຽນ, ເປັນເອກະພາບຕໍ່ທິດທາງ ແລະ ໜ້າທີ່ຮ່ວມມືໃນໄລຍະ 2026 – 2030 ແລະ ປີ 2026, ເພື່ອຫັນບົດສະຫຼຸບຂອງກອງປະຊຸມກົມການເມືອງສອງປະເທດໃຫ້ເປັນລະອຽດ. ໃນຂອບເຂດກອງປະຊຸມ, ສອງຝ່າຍກໍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ, ປະກອບສ່ວນຫັນທິດການຮ່ວມມືລະຫວ່າງສອງລັດຖະບານໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ.

TAG
VOV/VOVworld/ກອງ​ປະ​ຊຸມ​ ຄັ້ງ​ທີ 48 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ ລະ​ຫວ່າງ​ລັດ​ຖະບານ ຫວຽດ​ນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ