logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ພັນ​ລະ​ຍາ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກູ​ເວດ, ອານ​ເຊ​ເຣຍ, ອາບ​ຟ​ຼິກ​ກາ​ໃຕ້

2025/11/16 | 13:52:57
(VOVWORLD) - ການເດີນທາງໄປປະຕິງານຂອງ ທ່ານນາຍົກລັດຖະມົນຕີ ສະແດງໃຫ້ເຫັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເຂດຕາເວັນອອກກາງ, ອາບຟຼິກກາ, ໃນນັ້ນມີສາມປະເມດ ອາບຟຼິກກາໃຕ້, ກູເວດ, ອານເຊເຣຍ.
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ (ພາບ: VOV)

ຕອນເຊົ້າວັນທີ 16 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຍັງກູເວດ ແລະ ອານເຊເຣຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ການເຄື່ອນໄຫວສອງຝ່າຍ ຢູ່ອາບຟຼິກກາໃຕ້ ນັບແຕ່ວັນທີ 16 – 24 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກູເວດ Ahmed Abdullah Al-Ahmad Al Sabah, ທ່ານນາຍົກລັດຖະມົນຕີ ສ.ອານເຊເຣຍ Sifi Ghrieb ແລະ ທ່ານປະທານາທິບໍດີ ສ.ອາບຟຼິກກາໃຕ້ Cyril Ramaphosa - ປະທານ G20 ປີ 2025. ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເຂົ້າຮ່ວມກອງປະຊຸມສຸດຍອດ G20 ສະແດງໃຫ້ເຫັນ ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບບັນດາສະມາຊິກ G20 ແລະ ບັນດາຄູ່ຮ່ວມມືສາກົນ, ຢັ້ງຢືນບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງສາກົນນັບມື້ນັບເພີ່ມຂຶ້ນ ແລະ ປະກອບສ່ວນນັບມື້ນັບຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຢູ່ບັນດາກອງປະຊຸມ, ເວທີປາໄສຫຼາຍຝ່າຍ. ພ້ອມກັນນັ້ນ, ການເດີນທາງໄປປະຕິງານຂອງ ທ່ານນາຍົກລັດຖະມົນຕີ ສະແດງໃຫ້ເຫັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເຂດຕາເວັນອອກກາງ, ອາບຟຼິກກາ, ໃນນັ້ນມີສາມປະເມດ ອາບຟຼິກກາໃຕ້, ກູເວດ, ອານເຊເຣຍ.

TAG
VOV/VOVworld/ຫວຽດ​ນາ​ມ/ກູ​ເວດ/ອານ​ເຊ​ເຣຍ/ອາບ​ຟ​ຼິກ​ກາ​ໃຕ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ