logo

ນາຍົກລັດຖະມົນຕີ ຟ້າມມິນຈິງ: “ແຕ່ລະປະເທດ ອາຊຽນ ເຂັ້ມແຂງຂຶ້ນ, ທັງກຸ່ມຈະເຂັ້ມແຂງຂຶ້ນ”

2025/10/26 | 10:04:18
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຊີ້ແຈ້ງວ່າ ສຳລັບ ອາຊຽນ, ສິ່ງທີ່ເຮັດໃຫ້ໂລກເຄົາລົບແມ່ນຫຼັກການສາມັກຄີ, ເປັນເອກະພາບ, ຈິດໃຈເຂັ້ມແຂງດ້ວຍຕົນເອງ, ຖືມະນຸດເປັນໃຈກາງ…
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ)

ທີ່ວາລະສົນທະນາຂັ້ນສູງໃນຂອບເຂດກອງປະຊຸມສຸດຍອດການດຳເນີນທຸລະກິດ ແລະ ລົງທຶນ ອາຊຽນ 2025 ຈັດຂຶ້ນໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ເມື່ອຕອບຄຳຖາມທີ່ວ່າ ຕ້ອງເຮັດຫຍັງເພື່ອໃຫ້ ອາຊຽນ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃຫ້ສຳລັບປະຊາຄົມວິສາຫະກິດທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຊີ້ແຈ້ງວ່າ ສຳລັບ ອາຊຽນ, ສິ່ງທີ່ເຮັດໃຫ້ໂລກເຄົາລົບແມ່ນຫຼັກການສາມັກຄີ, ເປັນເອກະພາບ, ຈິດໃຈເຂັ້ມແຂງດ້ວຍຕົນເອງ, ຖືມະນຸດເປັນໃຈກາງ… ສະນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຕັ້ງບົດບາດຂອງ ອາຊຽນ ໃນສະພາບການລວມຂອງໂລກ, ສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດໃຫ້ສອດຄ່ອງກັບສະພາບການຕົວຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

“ພວກເຮົາແມ່ນປະຊາຄົມ ອາຊຽນ ໜຶ່ງ, ແມ່ນຄອບຄົວ ອາຊຽນ ໜຶ່ງ. ແຕ່ລະປະເທດເຂັ້ມແຂງຂຶ້ນ ກໍ່ໝາຍຄວາມວ່າ ທັງກຸ່ມເຂັ້ມແຂງຂຶ້ນ. ເມື່ອກຸ່ມເຂັ້ມແຂງຂຶ້ນນັ້ນ ແຕ່ລະປະເທດກໍ່ໄດ້ຊົມໃຊ້ກຳລັງແຮງພາຍໃນກຸ່ມ. ສະນັ້ນ, ແຕ່ລະປະເທດຕ້ອງຫັນການພັດທະນາເອກະລາດ, ເປັນເຈົ້າຕົນເອງໃຫ້ເປັນຄວາມກົມກຽວ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຂົ້າໃນການພັດທະນາຂອງບັນດາປະເທດ ອາຊຽນ; ກ້າວໄປສູ່ບັນດາຂົງເຂດໃຫ້ບຸລິມະສິດພ້ອມກັບບັນດາປະເທດ ອາຊຽນ ອື່ນ, ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດປະດິດຄິດສ້າງ… ແມ່ນພື້ນຖານເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ”.

TAG
VOV/VOVworld/ໄວ້​ເນື້ອ​ເຊື່ອ​ໃຈ​/​ປະ​ຊາ​ຄົມ​/ວິ​ສາ​ຫະ​ກິດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ