logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​ການ​ນຳ ໄທ, ກຳ​ປູ​ເຈຍ ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ

2025/11/14 | 09:07:49
(VOVWORLD) - ໃນການໂອ້ລົມທາງໂທລະສັບ, 2 ຝ່າຍລ້ວນແຕ່ໃຫ້ຄຳໝັ້ນສັນຍາຊອກຫາມາດະການສັນຕິພາບ, ສອດຄ່ອງກັບຄວາມຮັບຮູ້ລວມທີ່ບັນລຸໄດ້ໃນຖະແຫຼງການວ່າດ້ວຍວິວັດທະນາການສ້າງສັນຕິພາບ, ເຊິ່ງໄດ້ລົງນາມກ່ອນໜ້ານັ້ນ ຢູ່ ມາເລເຊຍ ໃນທ້າຍເດືອນ ຕຸລາ 2025.

ວັນທີ 13 ພະຈິກ, ທ່ານ Datuk Seri Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ທ່ານດຳເນີນການໂອ້ລົມທາງໂທລະສັບຢ່າງຕັ້ງໜ້າກັບທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ໄທ ແລະ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການມານະພະຍາຍາມຍາດເອົາສັນຕິພາບ, ພາຍຫຼັງການຂັດແຍ້ງທີ່ເກີດຂຶ້ນຢູ່ເຂດ ຊາຍແດນລະຫວ່າງສອງປະເທດ. ໃນການໂອ້ລົມທາງໂທລະສັບ, 2 ຝ່າຍລ້ວນແຕ່ໃຫ້ຄຳໝັ້ນສັນຍາຊອກຫາມາດະການສັນຕິພາບ, ສອດຄ່ອງກັບຄວາມຮັບຮູ້ລວມທີ່ບັນລຸໄດ້ໃນຖະແຫຼງການວ່າດ້ວຍວິວັດທະນາການສ້າງສັນຕິພາບ, ເຊິ່ງໄດ້ລົງນາມກ່ອນໜ້ານັ້ນ ຢູ່ ມາເລເຊຍ ໃນທ້າຍເດືອນ ຕຸລາ 2025.

ທ່ານນາຍົກລັດຖະມົນຕີ ມາເລເຊຍ ຢັ້ງຢືນຄືນຄວາມປາດຖະໜາຢາກມີນ້ຳໃຈມິດຕະພາບ ແລະ ຄຳສັ່ງຢຸດຍິງລະຫວ່າງ ໄທ ແລະ ກຳປູເຈຍ ສືບຕໍ່ປັບປຸງຕາມເນື້ອໃນຂອງຖະແຫຼງການວ່າດ້ວຍວິວັດທະນາການສ້າງສັນຕິພາບ.  ມາເລເຊຍ ຈະສືບຕໍ່ກຽມພ້ອມສວມບົດບາດເປັນກາງໜູນຊ່ວຍ, ປະກອບສ່ວນຊຸກຍູ້ວິວັດທະນາການມຸ່ງໄປເຖິງສັນຕິພາບນີ້. ການນຳ ມາເລເຊຍ ຫວັງວ່າ ທັງສອງປະເທດຈະສືບຕໍ່ສະແດງຄວາມຕັດສິນໃຈໃນການຟື້ນຟູສະຖຽນລະພາບຢູ່ເຂດຊາຍແດນ, ເພື່ອຄວາມປອດໄພຂອງປະຊາຊົນສອງປະເທດ ກໍຄືສັນຕິພາບແບບຍືນຍົງໃນພາກພື້ນ.

ໃນການຜັນແປໜຶ່ງທີ່ກ່ຽວຂ້ອງ ໃນວັນທີ 13 ພະຈິກ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລຊຍ Datuk Seri Mohamad Hasan  ໃຫ້ຮູ້ວ່າ ມາເລເຊຍ ພ້ອມແລ້ວທີ່ຈະຈັດການສົນທະນາລະຫວ່າງ ໄທ ແລະ ກຳປູເຈຍ ຂຶ້ນທີ່ ມາເລເຊຍ ເພື່ອແນໃສ່ປະກອບສ່ວນຮັກສາຂໍ້ຕົກລົງຢຸດຍິງລະຫວ່າງສອງປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ ກໍຢັ້ງຢືນຄືນການສະໜັບສະໜູນ ແລະ ການຮ່ວມມືຂອງທັງ ໄທ ແລະ ກຳປູເຈຍ ຕໍ່ໜ້າບັນດາຄວາມມານະພະຍາຍາມຂອງປະເທດນີ້.

TAG
VOV/VOVworld/​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ/ມາດ​ະ​ການ​ສັນ​ຕິ​ພາບ/ເຂດ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ