logo

ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ສົ່ງ​ຈົດ​ໝາຍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ນັກ​ຮ້ອງ ດຶກ​ຟຸກ ຍາດທີ່ ຍາດໄດ້​ລາງວັນ​ທີ​ໜຶ່ງ ໃນ​ການ​ແຂ່ງ​ຂັນ ດົນ​ຕີ​ສາ​ກົນ Intervision 2025

2025/9/22 | 10:16:48
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍຕໍ່ນັກຮ້ອງ ດຶກຟຸ ທີ່ຍາດໄດ້ລາງວັນທີໜຶ່ງໃນການແຂ່ງຂັນດົນຕີ ສາກົນ Intervision 2025.
ນັກຮ້ອງ ດຶກຟຸກ ຍາດທີ່ ຍາດໄດ້ລາງວັນທີໜຶ່ງ ໃນການແຂ່ງຂັນ ດົນຕີສາກົນ Intervision 2025

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຄວາມມານະພະຍາຍາມທີ່ດີທີ່ສຸດ ແລະ ຜົນສຳເລັດຢ່າງດີເດັ່ນຂອງນັກຮ້ອງ ດຶກຟຸກ ດ້ວຍນ້ຳສຽງທີ່ເຕັມໄປດ້ວຍພະລັງແຮງ ພ້ອມກັບການສະແດງທີ່ດີເລີດ ຜ່ານບົດເພງ “ຝູ່ດົງທຽນເວືອງ”. ຜົນງານນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ສຳລັບ ນັກຮ້ອງ ດຶກຟຸເອງ ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈລວມ ຂອງພື້ນຖານດົນຕີແຫ່ງຍຸກສະໄໝ ແລະ ວັດທະນະທຳ ຫວຽດນາມ ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ໄຊຊະນະຢູ່ Intervision 2025 ຄັ້ງນີ້ຈະແມ່ນກຳລັງໜູນເພື່ອໃຫ້ນັກຮ້ອງ ດຶກຝຸກເວົ້າສະເພາະ ແລະ ຖັນແຖວນັກສິລະປິນ ຫວຽດນາມ ເວົ້າລວມ ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພື້ນຖານດົນຕີຂອງປະເທດຊາດ ແລະ ໂຄສະນາວັດທະນະທຳ ຫວຽດນາມ ອອກສູ່ໂລກ, ພ້ອມທັງສ້າງແຫຼ່ງບັນດານໃຈຢ່າງແຮງໃຫ້ແກ່ໄວໜຸ່ມ ຫວຽດນາມ ສືບຕໍ່ອຸທິດສ່ວນ ແລະ ມີຫົດຄິດປະດິດສ້າງ, ປະກອບສ່ວນສິ່ງຍອດຍິ່ງຫວຽດນາມ ເຂົ້າໃນກະແສຄວາມສິວິໄລມວນມະນຸດ.

TAG
VOV/VOVworld/ຫວຽດ​ນາມ/ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ