logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ກຸ່ມ​ບໍ​ລິ​ສັດ GE Vernova (ອາ​ເມ​ລິ​ກາ) ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ໂຄງ​ການ​ກໍ່​ສ້າງ​ໂຮງ​ງານ ແລະ ຕາ​ໜ່າງ​ໄຟ​ຟ້າ​ຢູ່ ຫວຽດ​ນາມ

2025/9/30 | 11:14:20
(VOVWORLD) - GE Vernova (GE) ຄາດຄະເນ ແລະ ປາດຖະໜາຢາກເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປາດຖະໜາປັບປຸງລະບົບສະໜອງຂອງບໍລິສັດ, ຕອບສະໜອງບັນດາຄວາມຕ້ອງການຂອງ ຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງ Maria Zingoni ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova

ຕອນເຊົ້າວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Maria Zingoni ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova (ອາເມລິກາ) ແລະ ບັນດາຄູ່ຮ່ວມງານຂອງບໍລິສັດ, ເຊິ່ງພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ GE Vernova ເປີດກວ້າງການລົງທຶນເຂົ້າ ຫວຽດນາມ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານພະລັງງານ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ, ພິເສດແມ່ນການພັດທະນາ, ເຂົ້າຮ່ວມບັນດາໂຄງການກໍ່ສ້າງໂຮງງານ ແລະ ຕາໜ່າງໄຟຟ້າ; ປະກອບຄຳເຫັນໃສ່ລະບອບລະບຽບການໃຫ້ສົມບູນແບບ, ເອົາໃຈໃສ່ເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂະແໜງພະລັງງານໄຟຟ້າ; ຖ່າຍທອດບັນດາເຕັກໂນໂລຢີ, ປະສົບການທີ່ກ້າວໜ້າເພື່ອປະກອບສ່ວນພັດທະນາຂະແໜງໄຟຟ້າ ຫວຽດນາມ ໃຫ້ທັນສະໄໝ.

        ສ່ວນທ່ານນາງ Maria Zingoni ໃຫ້ຮູ້ວ່າ GE Vernova (GE) ຄາດຄະເນ ແລະ ປາດຖະໜາຢາກເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປາດຖະໜາປັບປຸງລະບົບສະໜອງຂອງບໍລິສັດ, ຕອບສະໜອງບັນດາຄວາມຕ້ອງການຂອງ ຫວຽດນາມ; ພ້ອມທັງມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການຄ້າລະຫວ່າງ ຫວຽດນາມ - ອາເມລິກາ.


TAG
VOV/VOVworld/ພະ​ລັງ​ງານ​ໄຟ​ຟ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ