logo

ນາ​ຍົກ​ລັດ​ຖະ​ມົນ​ຕີ: ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ ແມ່ນ​ແຫຼ່ງ​ກຳ​ລັງ, ກຳ​ລັງ​ໜູນ, ເປົ້າ​ໝາຍ​ແກ່​ການ​ພັດ​ທະ​ນາ

2025/12/13 | 09:53:33
(VOVWORLD) -  ນາຍົກລັດຖະມົນຕີສະເໜີໃຫ້ຍູ້ແຮງການຫັນເປັນດີຈີຕອນຢ່າງຮອບດ້ານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ bigdata ເຂົ້າໃນຂົງເຂດຍຸຕິທຳ, ໂດຍສະເພາະແມ່ນການສ້າງ, ປະກາດໃຊ້ເອກະສານທາງດ້ານກົດໝາຍ, ຈັດຕັ້ງປະຕິບັດກົດໝາຍຢ່າງເລິກເຊິ່ງກວ້າງຂວາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມທົ່ວປະເທດສະຫຼຸບວຽກງານຍຸຕິທຳປີ 2025, ອາຍຸການ 2021 – 2025; ກຳນົດທິດອາຍຸການ 2026 – 2030 ແລະ ໜ້າທີ່ຈຸດສຸມໃນວຽກງານປີ 2026, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ພາລະກຳ ແລະ ໜ້າທີ່ສຳຄັນໃນການຍົກສູງສະຕິຄວາມຮັບຜິດຊອບ ແລະ ການກະທຳໃນການສ້າງລະບອບລະບຽບການ ແລະ ກົດໝາຍ.

ສ້າງລະບອບລະບຽບການກົດໝາຍແມ່ນແຫຼ່ງກຳລັງ, ກຳລັງໜູນ, ເປົ້າໝາຍໃຫ້ແກ່ການພັດທະນາ; ລົງທຶນໃຫ້ແກ່ການສ້າງລະບອບລະບຽບການ, ສ້າງກົດໝາຍແມ່ນການລົງທຶນໃຫ້ແກ່ການພັດທະນາ. ສ້າງລະບອບລະບຽບການ, ກົດໝາຍຕ້ອງຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເຂົາເຈົ້າຈ້ອງເຂົ້າຮ່ວມວິວັດທະນາການນີ້ ແລະ ຕ້ອງປະຕິບັດລະບອບລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ສ້າງລະບອບລະບຽບການກົດໝາຍໃຫ້ກາຍເປັນແຫຼ່ງກຳລັງແກ້ງແຍ້ງຂອງປະເທດຊາດ, ຫັນ “ຈຸດອຸດຕັນ” ກາຍເປັນແຫຼ່ງກຳລັງແກ້ງແຍ້ງແຫ່ງຊາດ”.

ນາຍົກລັດຖະມົນຕີສະເໜີໃຫ້ຍູ້ແຮງການຫັນເປັນດີຈີຕອນຢ່າງຮອບດ້ານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ bigdata ເຂົ້າໃນຂົງເຂດຍຸຕິທຳ, ໂດຍສະເພາະແມ່ນການສ້າງ, ປະກາດໃຊ້ເອກະສານທາງດ້ານກົດໝາຍ, ຈັດຕັ້ງປະຕິບັດກົດໝາຍຢ່າງເລິກເຊິ່ງກວ້າງຂວາງ.

TAG
VOV/VOVworld/ວຽກງານຍຸຕິທຳ/ລະ​ບອບ​ລະ​ບຽບ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ