logo

ນາຍົກລັດຖະມົນຕີຫວຽດນາມ ພົບປະກັບ ປະທານນາທິບໍດີ ອານເຊຣີ

2025/11/20 | 08:24:55
(VOVWORLD) - ໃນຂອບເຂດການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບ ທ່ານ Abdelmadjid Tebboune, ປະທານນາທິບໍດີ ອານເຊຣີ.
 ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບ ທ່ານ Abdelmadjid Tebboune, ປະທານນາທິບໍດີ ອານເຊຣີ. (ພາບ: VOV)

ໃນການພົບປະ, ທ່ານ  Abdelmadjid Tebboune ແລະ ທ່ານ ຟ້າມມິງຈິງ ໄດ້ເຫັນດີເປັນເອກກະພາບ ຕີລາຄາການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ- ອານເຊຣີ ແມ່ນເປັນຊັບສິນລວມອັນລ້ຳຄ່າທີ່ຕ້ອງໄດ້ປົກປັກຮັກສາ, ເສີມຂະຫຍາຍ, ຍົກຂຶ້ນສູ່ລະດັບສູງໃໝ່ໃຫ້ສົມກັບຄວາມປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ.

ກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດໃໝ່ ທີ່ໄດ້ສ້າງຕັ້ງຂຶ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ສອງຝ່າຍຄວນຮີບດ່ວນສ້າງແຜນການກະທຳລະອຽດ. ສອງຝ່າຍຕ້ອງໄດ້ໃຫ້ບູລິມະສິດສືບຕໍ່ແລກປຽນຄະນະຜູ້ແທນຂັ້ນສູງ, ບັນດາຂັ້ນ, ບັນດາກະຊວງ, ຂະແໜງ, ທ້ອງຖິ່ນ. ກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫວັງວ່າ ທ່ານ ປະທານນາທິບໍດີ Abdelmadjid Tebboune ຈະຊີ້ນຳ ສະພາແຫ່ງຊາດອານເຊຣີ ໃຫ້ສັດຕະຍາບັນດາຂໍ້ສັນຍາ, ສະໜັບສະໜຸນການເປິດກວ້າງບັນດາໂຄງການຂຸດຄົ້ນບປຸງແຕ່ງນ້ຳມັນບໍ່.

ໂດຍເຫັນດີເປັນເອກກະພາບກັບບັນດາຂໍ້ສະເໜີຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ ປະທານນາທິບໍດີ Abdelmadjid Tebboune ຢັ້ງຢືນວ່າ: ຈະໃຫ້ການສະໜັບສະໜຸນຢ່າງແຂງແຮງ ແລະ ຊີ້ນຳ ບັນດາ ອົງການທີ່ກ່ຽວຂ້ອງ ຂອງ ອານເຊີຣີ ປະສານສົມທົບຢ່າງແໜ້ນແຟ້ນ ກັບ ຝ່າຍຫວຽດນາມ ເພື່ອຜັນຂະຫຍາຍບັນດາຄຳໝັນສັນຍາ, ຂໍ້ຕົກລົງແລະແຜນການການຮ່ວມມືໃຫ້ມີປະສິດທິຜົນ, ເຮັດໃຫ້ ຂອບເຂດຄູ່ຮ່ວມມືຍຸດທະສາດປະກົດເປັນຈິງໃນໄວໆນີ້ດ້ວຍບັນດາໂຄງການ, ການເຄື່ອນໄຫວທີ່ແທດຈິງ.

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ອານ​ເຊ​ຣີ/ນາຍົກລັດຖະມົນຕີ ຟ້າມມິງຈິງ/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ