logo

ນາຍົກລັດຖະມົນຕີ ຫວຽດນາມ ມີຄວາມປະທັບໃຈຕໍ່ລຳໂພງ “ພະຍານແຫ່ງປະຫວັດສາດ” ຢູ່ເຂດວາງສະແດງຂອງ VOV

2025/9/13 | 07:01:22
(VOVWORLD) - ທ່ານນາຍົກລັດຖະມົນຕີ ມີຄວາມສົນໃຈໃສ່ເປັນພິເສດ ແລະ ມີຄວາມປະທັບໃຈຕໍ່ລຳໂພງທີ່ມີຮອຍລູກປືນຫຼາຍຮອຍ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ມີຄວາມປະທັບໃຈຕໍ່ລຳໂພງທີ່ມີຮອຍລູກປືນຫຼາຍຮອຍ)

ຕອນຄ່ຳວັນທີ 12 ກັນຍາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ແວ່ຢາມຮ້ານວາງສະແດງຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ໃນງານວາງສະແດງຜົນງານປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ທີ່ຈັດຂຶ້ນຢູ່ຕາແສງ ດົງແອັງ, ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ມີຄວາມສົນໃຈໃສ່ເປັນພິເສດ ແລະ ມີຄວາມປະທັບໃຈຕໍ່ລຳໂພງທີ່ມີຮອຍລູກປືນຫຼາຍຮອຍ. ນີ້ແມ່ນລຳໂພງໄດ້ຕັ້ງຢູ່ເສັ້ນຂະໜານທີ 17, ຂ້າງຂົວ ຮ່ຽນເລືອງ ໃນຊຸມເດືອນປີທີ່ປະເທດຊາດຖືກຕັດແຍກ. ບໍ່ພຽງແຕ່ແມ່ນອຸປະກອນສື່ສານເທົ່ານັ້ນ, ລຳໂພງອັນນີ້ຍັງແມ່ນສັນຍາລັກທີ່ມີຊີວິດຊີວາຂອງການຕໍ່ສູ້ດ້ານການສື່ສານໃນສະໄໝສົງຄາມ, ສະແດງໃຫ້ເຫັນບົດບາດອັນໃຫຍ່ຫຼວງຂອງການສື່ສານປະຕິວັດໃນການຫຼໍ່ຫຼອມຄວາມໄວ້ເນື້ອເຊື່ອໃຈ, ເຈດຈຳນົງ ແລະ ນ້ຳໃຈມະຫາສາມັກຄີຂອງຊາດ.

ແຕ່ວັນທີ 28 ສິງຫາ ຮອດວັນທີ 15 ກັນຍາ, VOV ໄດ້ເປີດປະຕູໃຫ້ເຂົ້າຊົມງານວາງສະແດງແຕ່ເວລາ 9 ໂມງ - 22 ໂມງ. ຮ້ານວາງສະແດງໄດ້ຕ້ອນຮັບແຂກມາຢ້ຽມຊົມສະເລ່ຍແຕ່ 2.000 – 3.000 ເທື່ອຄົນ/ວັນ.

TAG
VOV/VOVworld/​ສັນ​ຍາ​ລັກ/​ຊີ​ວິດ​ຊີ​ວາ/​ຕໍ່​ສູ້​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ