logo

ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງ ສຸມໃສ່ປ້ອງກັນ, ຕ້ານໄພນໍ້າຖ້ວມ, ນໍ້າແກ່ງ, ດິນເຊາະເຈື່ອນຢູ່ພາກເໜືອ

2025/10/8 | 09:50:15
(VOVWORLD) - ທ່ານນາຍົກຕັດສິນໃຈຊີ້ນຳ ດ້ວຍທຸກວິການເຂົ້າໃກ້ກັບບັນດາບ່ອນທີ່ນໍ້າຖ້ວມເລິກ, ຖືກຕັດຂາດ ເພື່ອຊ່ວຍເຫຼືອສະບຽງອາຫານ, ບັນດາຄອບຄົວຢ່າງທັນການ ບໍ່ປະໃຫ້ປະຊາຊົນຖືກອຶດຫິວຢ່າງເດັດຂາດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ)

ໃນໂທລະເລກທາງການກ່ຽວກັບການສຸມໃສ່ວຽກງານປ້ອງກັນ, ຕ້ານໄພນໍ້າຖ້ວມ, ນໍ້າແກ່ງ, ດິນເຊາະເຈື່ອນຢູ່ ພາກເໜືອ ທີ່ໄດ້ປະກາດ ໃນວັນທີ 07 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ທ້ອງຖິ່ນ ໃນເຂດທີ່ໄດ້ຮັບຜົນກະທົບ ເອົາໃຈໃສ່ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຈັດຕັ້ງຢ່າງຮີບດ່ວນບັນດາວິທີການແກ້ໄຂຢ່າງຮີບດ່ວນ ໃນການປ້ອງກັນ, ຕ້ານໄພນໍ້າຖ້ວມ, ສຸມໃສ່ກວດຄືນຢ່າງລະອຽດບັນດາເຂດທີ່ນໍ້າຖ້ວມເລິກ, ເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນໍ້າແກ່ງ ເພື່ອເປັນເຈົ້າການໃນການຍົກຍ້າຍປະຊາຊົນ (ໂດຍສະເພາະແມ່ນ ຜູ້ເຖົ້າ, ເດັກນ້ອຍ) ອອກຈາກບັນດາເຂດອັນຕະລາຍ, ຮັບປະກັນຄວາມປອດໄພໃຫ້ປະຊາຊົນແມ່ນສຳຄັນທີ່ສຸດ ແລະ ເໜືອກວ່າສິ່ງໃດໝົດ. ທ່ານນາຍົກຕັດສິນໃຈຊີ້ນຳ ດ້ວຍທຸກວິການເຂົ້າໃກ້ກັບບັນດາບ່ອນທີ່ນໍ້າຖ້ວມເລິກ, ຖືກຕັດຂາດ ເພື່ອຊ່ວຍເຫຼືອສະບຽງອາຫານ, ບັນດາຄອບຄົວຢ່າງທັນການ ບໍ່ປະໃຫ້ປະຊາຊົນຖືກອຶດຫິວຢ່າງເດັດຂາດ.

TAG
VOV/VOVworld/ປ້ອງກັນ/ນໍ້າຖ້ວມ/ກວດຄືນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ