logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ຮອດ ອາ​ຟະ​ລິ​ກາ​ໃຕ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20

2025/11/21 | 10:37:37
(VOVWORLD) -   ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດ ສ.ອາຟະລິກາໃຕ້. ຕ້ອນຮັບຄະນະຢູ່ສະໜາມບິນ, ທາງຝ່າຍ ອາຟະລິກາໃຕ້ ມີທ່ານລັດຖະມົນຕີຕາງໜ້າລັດຖະບານ, ການນຳກົມພິທີການກະຊວງການຕ່າງປະເທດ ອາຟະລິກາໃຕ້ ແລະ ຜູ້ປະສານງານຕິດຕາມ. 
ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາຟະລິກາໃຕ້ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ (ພາບ: TTXVN)

ຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້  ໂຮ່ສີເກື່ອງ ແລະ ພະນັກງານສະຖານທູດ. ນີ້ແມ່ນປະເທດສຸດທ້າຍໃນການປະຕິບັດງານຂອງທ່ານນາຍົກລັດຖະມົນຕີຢູ່ 3 ປະເທດ ຕາເວັນອອກກາງ ແລະ ອາຟະລິກາ.  ໃນສາມວັນເຮັດວຽກຢູ່ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້. ທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟະລິກາໃຕ້ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ນີ້ບໍ່ພຽງແຕ່ແມ່ນການຢ້ຽມຢາມຂອງປະມຸກລັດເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຮັບຮູ້ອັນສຳຄັນໃນສາຍພົວພັນລະຫວ່າງ ອາຟະລິກາໃຕ້ ແລະ ຫວຽດນາມ ອີກດ້ວຍ. ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມກອງປະຊຸມສຸດຍອດ G20 ກໍແມ່ນອີກບາດກ້າວໜຶ່ງ ທີ່ສະແດງໃຫ້ເຫັນສາຍພົວພັນນີ້ພວມນັບມື້ນັບເຂັ້ມແຂງ ແລະ ຂະຫຍັນຂັນເຄື່ອນກວ່າ.”

        ນີ້ແມ່ນຄັ້ງທີ 6 ທີ່ ຫວຽດນາມ ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20, ເຂົ້າຮ່ວມຂໍ້ລິເລີ່ມຮ່ວມມືຈຳນວນໜຶ່ງໃນຂອບເຂດ G20.

TAG
VOV/VOVworld/ອາຟະລິກາໃຕ້/ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ/G20

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ