logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ໄປ​ຍັງ ອາ​ຟະ​ລິ​ກາ​ໃຕ້ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ G20

2025/11/21 | 16:00:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອານເຊຣີ, ເດີນທາງໄປຍັງ ອາຟະລິກາໃຕ້.
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງອອກຈາກ ອານເຊຣີ, ເດີນທາງໄປຍັງ ອາຟະລິກາໃຕ້,  (ພາບ: TTXVN)

ຕອນຄ່ຳວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອານເຊຣີ, ເດີນທາງໄປຍັງ ອາຟະລິກາໃຕ້, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້ ຕາມຄຳເຊີນຂອງທ່ານ Matamela Cyril Ramaphosa ປະທານາທິບໍດີ ສ. ອາຟະລິກາໃຕ້, ປະທານ G20 ປີ 2025.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Algiers, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມສະຫະພັນ ວໍວີນາມ; ໄດ້ພົບປະ, ເຮັດວຽກ ແລະ ຕ້ອນຮັບທ່ານ Abdelkrim Benmebarek ຮອງເລຂາທິການໃຫຍ່ພັກແນວໂຮມປົດປ່ອຍຊາດ ອານເຊຣີ (FLN) ແລະ ການນຳບັນດາກະຊວງ, ຂະແໜງການຂອງ ອານເຊຣີ ເຊັ່ນ: ລັດຖະມົນຕີກະຊວງນັກຮົບເກົ່າ ແລະ ຜູ້ມີຄຸນງາມຄວາມດີ ອານເຊຣີ ແລະ ລັດຖະມົນຕີກະຊວງນ້ຳມັນອາຍແກັດ ແລະ ບໍ່ແຮ່.

TAG
VOV/VOVworld/ອານ​ເຊ​ຣີ/ອາ​ຟະ​ລິ​ກາ​ໃຕ້/ກອງ​ປະ​ຊຸມ​ສຸດຍອດ G20

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ