logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມດ່ວນ​ທາງ​ໄກຈາກ ອານ​ເຊ​ຣີ ​ຊີ້​ນຳ ວຽກ​ງານ​ຮັບ​ມື​ກັບ​ພາ​ຍຸ​ນ້ຳ​ຖ້ວມ, ໄພ​ທຳ​ມະ​ຊາດ, ກູ້​ໄພ​ກູ້​ຊີບ ຈາກ ອານ​ເຊ​ຣີ

2025/11/21 | 10:45:15
(VOVWORLD) - ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຈາກ ອານເຊຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໄດ້ເປັນປະທານກອງປະຊຸມດ່ວນແບບທາງໄກກັບການນຳຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການຮີບດ່ວນເພື່ອຮັບມືກັບສະພາບຝົນຕົກນ້ຳຖ້ວມ, ໄພທຳມະຊາດໃນບໍລິເວນແຂວງເຂດພາກກາງ ຫວຽດນາມ ຈຳນວນໜຶ່ງ ລວມມີ: ຢາລາຍ, ດັກລັກ, ເລິມດົ່ງ, ແຄັງຮວ່າ.
ຈາກອານເຊີຣີ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມດ່ວນທາງໄກຊີ້ນຳ ວຽກງານຮັບມືກັບພາຍຸນ້ຳຖ້ວມ, ໄພທຳມະຊາດ, ກູ້ໄພກູ້ຊີບ ຈາກ ອານເຊຣີ (ພາບ: VGP)

ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຈາກ ອານເຊຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ກ່ຽວກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາຜູ້ປະສົບໄພປີ 2025, ໄດ້ເປັນປະທານກອງປະຊຸມດ່ວນແບບທາງໄກກັບການນຳຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການຮີບດ່ວນເພື່ອຮັບມືກັບສະພາບຝົນຕົກນ້ຳຖ້ວມ, ໄພທຳມະຊາດໃນບໍລິເວນແຂວງເຂດພາກກາງ ຫວຽດນາມ ຈຳນວນໜຶ່ງ ລວມມີ: ຢາລາຍ, ດັກລັກ, ເລິມດົ່ງ, ແຄັງຮວ່າ.

        ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຝາກຄຳແບ່ງເບົາກັບອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນທີ່ພວມຖືກຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ຊ່ວຍເຫຼືອທັນຍາຫານ, ສະບຽງອາຫານໃຫ້ແກ່ປະຊາຊົນໃນທັນທີ. ສະເໜີໃຫ້ສືບຕໍ່ຜະລິດເຂົ້າໜົມຮຳ, ຊອກທຸກວິທີທາງເພື່ອສົ່ງອາຫານໄປເຖິງ 4 ແຂວງທີ່ພວມຖືກຜົນກະທົບຈາກໄພພິບັດ. ນຳໃຊ້ເຮືອບິນເຮລີກອັບແຕ, ເຄື່ອງບິນບໍ່ມີຄົນຂັບ UAV ເພື່ອຊ່ວຍເຫຼືອກູ້ໄພຫິວ,ຂົນສົ່ງສະບຽງອາຫານໃຫ້ໄປເຖິງບ່ອນທີ່ເສັ້ນທາງຖືກຕັດຂາດ. ແກ້ໄຂບັນຫາບ່ອນຢູ່ອາໄສໃຫ້ແກ່ປະຊາຊົນ. ເຮືອນຫຼັງໃດຖືກພັງທະລາຍແລ້ວ, ຕ້ອງຈັດບ່ອນຢູ່ຊົ່ວຄາວໃຫ້ເຂົາເຈົ້າໃນທັນທີ”.


TAG
VOV/VOVworld/ສະພາບຝົນຕົກນ້ຳຖ້ວມ/ໄພທຳມະຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ