logo

ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມຕີລາຄາບັນດາໂຄງການຮ່ວມມືກັບ ລາວ - ກໍາປູເຈຍ

2019/9/23 | 12:04:58
(VOVWORLD) - ຕອນບ່າຍວັນທີ 23 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກັບການນໍາບັນດາກະຊວງ, ຂະແໜງການ, ບັນດາກຸ່ມບໍລິສັດ ເພື່ອຕີລາຄາໝາກຜົນຂອງການປະຕິບັດບັນດາສັນຍາ, ຂໍ້ຕົກລົງຂັ້ນສູງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)

ໃນນັ້ນ, ໄດ້ປຶກສາຫາລືບັນດາວິທີຊຸກຍູ້ຄວາມຄືບໜ້າຂອງບັນດາໂຄງການຮ່ວມມືກັບ ລາວ ແລະ ກໍາປູເຈຍ ໃນປີ  2019, ເຊິ່ງໄດ້ບັນລຸໝາກຜົນທີ່ແທດຈິງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ. ການຮ່ວມມືລະຫວ່່າງ ຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນ 8 ເດືອນຕົ້ນປີ 2019 ໄດ້ເພິ່່ມຂຶ້ນ 15%, ຄາດວ່າ ທັງປີ ຈະບັນລຸ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ການຮ່ວມມືລົງທຶນ, ພະນັກງານ, ຄົມມະນາຄົມ, ການສຶກສາ, ການບໍາລຸງສ້າງ, ວັດທະນະທໍາ... ກໍບັນລຸບັນດາໝາກຜົນທີ່ຕັ້ງໜ້າ. ຕາມແຜນການແລ້ວ, ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກໍາປູເຈຍ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເດືອນ ຕຸລາ ນີ້.


TAG
VOV/VOVworld/ໂຄງການຮ່ວມມື/ລາວ/ກໍາປູເຈຍ/ຕີລາຄາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ