logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຂະ​ແໜງ​ການ​ທູດ​ຍົກ​ລະ​ດັບ​ການຕ່າງ​ປະ​ເທດຫຼາຍ​ຝ່າຍ​ຂອງ ຫວຽດ​ນາມ

2025/11/10 | 11:45:42
(VOVWORLD) - ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານສະພາແຂ່ງຂັນ - ຍ້ອງຍໍມອບລາງວັນສູນກາງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ແຂ່ງຂັນຮັກຊາດ ກະຊວງການຕ່າງປະເທດ ອາຍຸການ 2025 – 2030.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)

ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຂະແໜງການທູດ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ປ່ຽນແປງໃໝ່ຈິນຕະນາການ ແລະ ວິທີການຜັນຂະຫຍາຍວຽກງານການຕ່າງປະເທດໃນທູກຂົງເຂດ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນການທູດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ:

ຕ້ອງປະຕິບັດບົດບາດເຊື່ອມຕໍ່ໃຫ້ດີກ່ວາອີກ: ເພີ່ມທະວີການຕ່າງປະເທດສອງຝ່າຍ ເພື່ອເຊື່ອມຕໍ່ພາຍໃນປະເທດ ກັບສາກົນ; ເຊື່ອມຕໍ່ເສດຖະກິດ, ເຊື່ອມຕໍ່ວັດນະທຳ, ເຊື່ອມຕໍ່ດີຈີຕອນ, ເຕັກໂນໂລຢີ, ເຊື່ອມຕໍ່ມະນຸດ… ປະຕິບັດພາລະກຳສາກົນໃຫ້ດີກ່ວາເກົ່າ, ຍົກລະດັບການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ, ສືບຕໍ່ເສີມຂະຫຍາຍບົດບາດ, ຖານະຕຳແໜ່ງຂອງປະເທດຊາດໃນຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການກຳນົດທິດ ແລະ ປັບປຸງການຄຸ້ມຄອງທົ່ວໂລກ, ເປັນຕົ້ນແມ່ນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໃນພາກພື້ນ ແລະ ສາກົນ.

TAG
VOV/VOVworld/ວຽກ​ງານ​ການ​ທູດ/ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ