logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ປະ​ຕິ​ບັດ​ສຳ​ເລັດ​ພື້ນ​ຖານ​ຂໍ້​ມູນ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ໃນ​ປີ​ນີ້

2025/9/24 | 14:27:09
(VOVWORLD) - ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາມະຕິຂອງກົມການເມືອງ ທີ່ຫາກໍ່ປະກາດໃຊ້ລ້ວນແຕ່ກ່ຽວຂ້ອງເຖິງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ.
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 24 ກັນຍາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ. ກອງປະຊຸມໄດ້ເຊື່ອມຕໍ່ອອນລາຍກັບ 34 ແຫ່ງໃນທົ່ວປະເທດ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາມະຕິຂອງກົມການເມືອງ ທີ່ຫາກໍ່ປະກາດໃຊ້ລ້ວນແຕ່ກ່ຽວຂ້ອງເຖິງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ດັ່ງນັ້ນ ຕ້ອງຍາດແຍ່ງແຕ່ລະວັນ, ແຕ່ລະຊົ່ວໂມງເພື່ອນຳວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເຂົ້າທຸກການເຄື່ອນໄຫວ. ທ່ານເນັ້ນໜັ້ກວ່າ ພື້ນຖານຂໍ້ມູນແມ່ນສົ້ນເຂົ້າສຳຄັນທີ່ສຸດ, ເປັນແຫຼ່ງກຳລັງໃໝ່, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຮີບດ່ວນສ້າງສຳເລັດພື້ນຖານຂໍ້ມູນຂອງທຸກຂັ້ນ, ທຸກຂະແໜງການໃນປີນີ້.

TAG
VOV/VOVworld/ຂໍ້​ມູນ​ຂ່າວ​ສານ/ດີ​ຈີ​ຕອນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ