logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ຄວາມ​ໄວ​ໃນ​ການ​ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

2025/10/18 | 07:59:55
(VOVWORLD) - ຕອນເຊົ້າວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຊຸກຍູ້ການລົງທຶນສາທາລະນະ ປິ 2025 (ຄັ້ງທີ 4). 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພຽງເຫຼືອກ່ວາ 2 ເດືອນແມ່ນຈະສິ້ນສຸດປີ 2025, ເພາະສະນັ້ນຕ້ອງເພີ່ມຄວາມໄວ, ມີບາດກ້າວບຸກທະລຸເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕບັນລຸລະດັບ 8%ຂຶ້ນໄປໃນປີນີ້. ໜຶ່ງໃນບັນດາກຳລັງໜູນເຕີບໂຕແມ່ນການລົງທຶນ, ອັດຕາການປ່ອຍເງິນລົງທຶນສາທາລະນະໃນອາຍຸການນີ້ເພີ່ມຂຶ້ນ 55%ເມື່ອທຽບໃສ່ກັບອາຍຸການກ່ອນ. ທ່ານສະເໜີຕ້ອງໄຈ້ແຍກສາຍເຫດ, ມານະພະຍາຍາມປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ:

ຂ້າພະເຈົ້າສະເໜີເຊື່ອມຊືມຈິດໃຈນີ້ເພື່ອທັງເຮັດດ້ວຍຈິດໃຈມີຄວາມຮັບຜິດຊອບຕາມຂໍ້ກຳນົດຂອງພັກ ແລະ ລັດ, ທັງເຮັດດ້ວຍມະໂນທຳຂອງຕົນ. ເຮືອນແຕ່ລະຫຼັງໄດ້ສ້າງຂຶ້ນ, ໂຄງການແຕ່ລະແຫ່ງໄດ້ຮັບການກໍ່ສ້າງສຳເລັດ ເພື່ອນຳມາເຊິ່ງຄວາມເບີກບານມ່ວນຊືນ ໃຫ້ແກ່ປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ. ເພາະສະນັ້ນ, ເວົ້ານ້ອຍເຮັດຫຼາຍ ສະແດງອອກດ້ວຍຜະລິດຕະພັນລະອຽດ.

TAG
VOV/VOVworld/ການ​ລົງ​ທຶນ/ສ​າ​ທາ​ລະ​ນະ/ການ​ເຕີບ​ໂຕ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ