logo

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສົນທະນາລະດັບສູງຂອງເວທີປາໄສເສດຖະກິດເອກະຊົນຫວຽດນາມ 2025

2025/9/16 | 14:10:48
(VOVWORLD) -ໃນຂອບເຂດເວທີປາໄສເສດຖະກິດເອກະຊົນຫວຽດນາມ 2025, ຕອນບ່າຍວັນທີ 16ກັນຍາ, ກອງປະຊຸມສົນທະນາລະດັບສູງໄດ້ດຳເນີນຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 1.000 ຄົນ ເຊິ່ງລວມມີການນຳຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການສາກົນ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ປະຊາຄົມວິສາຫະກິດເອກະຊົນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງທີ່ກອງປະຊຸມສົນທະນາລະດັບສູງຂອງເວທີປາໄສເສດຖະກິດເອກະຊົນຫວຽດນາມ 2025

       ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ບັນດາວິສາຫະກິດ ແລະ ນັກລົງທຶນຈະປະຕິບັດບັນດາແນວທາງ ແລະ ແຜນນະໂຍບາຍຂອງພັກ, ລັດ ຢ່າງເຂັ້ມງວດ, ສະແດງໃຫ້ເຫັນຈັນຍາບັນການດຳເນີນທຸລະກິດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ, ພ້ອມທັງພ້ອມກັບພັກ, ລັດ ແລະ ປະຊາຊົນໃນຂະບວນການເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ: ທ່ານນາຍົກລັດຖະມົນຕີກ່າວວ່າ:

   "ຂ້າພະເຈົ້າຫວັງວ່າບັນດາທ່ານຈະສ້າງກຳລັງແຮງ, ປຸກລະດົມນ້ຳໃຈສາມັກຄີແຫ່ງຊາດອັນໃຫຍ່ຫຼວງ; ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງວິສາຫະກິດ, ສົ່ງເສີມກຳລັງປະຊາຊົນ, ກຳລັງແຮງຂອງປະເທດຊາດ. ບັນດາທ່ານຈົ່ງສະແດງໃຫ້ເຫັນຄວາມເຂັ້ມແຂງຂອງນັກປະກອບການ, ປະກອບສ່ວນຊຸກຍູ້, ລະດົມກຳລັງໃຈ, ສ້າງກຳລັງແຮງຂອງປະເທດຊາດ"  

TAG
VOV/VOVworld/ສົນ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ