logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ສອງ ໂຄງ​ການ​ຈຸດ​ສຸມ​ຂອງ ນະ​ຄອນ​ຫ໋າຍ​ຝ່ອງ

2025/9/27 | 06:18:00
(VOVWORLD) - ໂຄງການລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ ເຕິນຈ່າວ ມີເນື້ອທີ່ເກືອບ 227 ແຮັກຕາ, ຢູ່ຕາແສງ ກຽນຮຶງ ແລະ ຕາແສງ ງີເຢືອງ, ນະຄອນ ຫ໋າຍຝ່ອງ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີພິທີ (ພາບ: VOV)

ຕ່ອນຄຳວັນທີ 26 ກັນຍາ, ຢູ່ນະຄອນ ຫ໋າຍຝ່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ ເຕິນຈ່າວ (ໄລຍະໜຶ່ງ) ແລະ ໂຄງການໂຮງງານໄຟຟ້າຖ່ານຫີນ LNG ຫ໋າຍຝ່ອງ. ເຫດການໂດຍຄະນະກຳມະການປະຊາຊົນນະຄອນ ຫ໋າຍຝ່ອງ ສົມທົບກັບກຸ່ມບໍລິສັດ Vingroup ຈັດຂຶ້ນ.

ໂຄງການລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ ເຕິນຈ່າວ ມີເນື້ອທີ່ເກືອບ 227 ແຮັກຕາ, ຢູ່ຕາແສງ ກຽນຮຶງ ແລະ ຕາແສງ ງີເຢືອງ, ນະຄອນ ຫ໋າຍຝ່ອງ. ໂດຍໄດ້ຮັບການກໍ່ສ້າງໃນເວລາ 5 ປີ, ພາຍຫຼັງສຳເລັດ ເຂດອຸດສາຫະກຳ ຈະກາຍເປັນສູນໃຫຍ່ກ່ຽວກັບອຸດສາຫະກຳ - ເຕັກໂນໂລຢີໃໝ່ ດ້ວຍພື້ນຖານໂຄງລ່າງເຕັກນິກທີ່ກ້າວໜ້າ. ໂຄງການກໍ່ສ້າງໂຮງງານໄຟຟ້າຖ່ານຫີນ LNG ຫ໋າຍຝ່ອງມີເນື້ອທີ່ເກືອບ 100 ແຮັກຕາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ:

ສອງໂຄງການນີ້ລ້ວນແຕ່ມ່ເປົ້າໝາຍພັດທະນາອຸດສາຫະກຳ, ດຶງດູດເງິນລົງທຶນຈາກຕ່າງປະເທດ. ການດຶງດູດເງິນລົງທຶນຈາກຕ່າງປະເທດໃນປັດຈຸບັນ ກຳນົດການລົງທຶນທີ່ມີການຄັດເລືອກບັນດາເຕັກໂນໂລຢີສູງ, ການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນເຂົ້າໃນການຄຸ້ມຄອງແຫ່ງຊາດ. ພັດທະນາພະລັງງາສີຂຽວ, ນີ້ແມ່ນທ່າອ່ຽງຕ້ອງເປັນໄປບໍ່ສາມາດຕ່າວປິ້ນໄດ້. ເພາະສະນັ້ນ, ຂ້າພະເຈົ້າສະແດງຄວາມຊົມເຊີຍຕໍ່ ຫ໋າຍຝ່ອງ ໃນການດຶງດູດແຫຼ່ງເງິນລົງທຶນ.

TAG
VOV/VOVworld/ນະ​ຄອນ​ຫ໋າຍ​ຝ່ອງ/ເສດ​ຖະ​ກິດ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ