logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

2025/12/12 | 15:07:06
(VOVWORLD) - ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ. 
ທ່ານນາຍົກລັດຖະມົນຕີ ໄທ Anutin Charnvirakul (ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ໄທ)

ໃນສື່ສັງຄົມອອນໄລສ່ວນຕົວ, ວັນທີ 11 ທັນວາ ທ່ານນາຍົກລັດຖະມົນຕີ ໄທ Anutin Charnvirakul ໃຫ້ຮູ້ວ່າ ທ່ານໄດ້ເຊັນຂໍ້ຕົກລົງຍູບສະພາຕ່ຳ, ເປີດທາງໃຫ້ການເລືອກຕັ້ງໄວໃນເວລາ 60 ວັນຈະມາເຖິງ. ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ. ຕາມລັດຖະທຳມະນູນ ປີ 2016, ພາຍຫຼັງສະພາຕ່ຳຖືກຍູບ, ການເລືອກຕັ້ງທົ່ວປະເທດບັງຄັບຕ້ອງປະຕິດບັດພາຍໃນເວລາ 60 ວັນ. ການກະທຳນີ້ໄດ້ຮັບການຕີລາຄາວ່າແມ່ນບາດລ້ຽວໃຫຍ່ບົນເວທີການເມືອງ ໄທ, ເປີດເສັ້ນທາງໃຫ້ແກ່ການເລືອກຕັ້ງໃໝ່ທີ່ມີການຜັນແປຫຼາຍຢ່າງທີ່ຍາກຈະຄາດຄະເນລ່ວງໜ້າໄດ້.

TAG
VOV/VOVworld/ໄທ/ສະພາຕ່ຳ/ການເລືອກຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ