logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ, ປາດ​ຖະ​ໜາ​ຢາກ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊາຍ​ແດນ ໄທ - ກຳ​ປູ​ເຈຍ

2025/12/13 | 09:32:45
(VOVWORLD) - ຕອນຄ່ຳວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບບັນຫາຊາຍແດນ ໄທ - ກຳປູເຈຍ, ພ້ອມກັນແບ່ງປັນທັດສະນະລວມ ນັ້ນແມ່ນ ຢາກມີສັນຕິພາບ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ບາງກອກ ພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ການແລກປ່ຽກຄຳເຫັນໄດ້ດຳເນີນໃນບັນຍາກາດທີ່ຕັ້ງໜ້າ. ທ່ານປະທານາທິບໍດີ ອາເມລິກາ Donald Trump  ສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະ ເນັ້ນໜັກວ່າ ຍາມໃດກໍພ້ອມແລ້ວຮັກສາການຕິດຕໍ່ພົວພັນກັບ ໄທໃນທຸກເວລາ. ພ້ອມດຽວກັນນັ້ນ ໄທ ຮັບຮູ້ ແລະ ແບ່ງປັນຄວາມປາດຖະໜາລວມຂອງບັນດາຝ່າຍກ່ຽວກັບສັນຕິພາບ, ຢຸດຕິການປະທະກັນ.

ສຳລັບຝ່າຍ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມຫວັງສັນຕິພາບຈະໄດ້ຮັບການຟື້ນຟູໂດຍໄວ ບົນພື້ນຖານຖະແຫຼງການຮ່ວມກ່ຽວກັບເສັ້ນທາງແຫ່ງສັນຕິພາບ ໂດຍໄທ ແລະ ກຳປູເຈຍ ໄດ້ລົງນາມໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ - 47  ໃນທ້າຍເດືອນ ຕຸລາ 2025.

TAG
VOV/VOVworld/ແລກ​ປ່ຽ​ກ​ຄຳ​ເຫັນ/ຊາຍ​ແດນ ໄທ - ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ