logo

ນຳ​ການ​ຮ່ວມ​ມືດ້ານເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ກາຍ​ເປັນ​ເສົາ​ຄ້ຳ​ໃຈ​ກາງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ບຸນ​ກາ​ຣີ

2025/10/24 | 10:11:00
(VOVWORLD) - ໃນການພົບປະສົນທະນາທີ່ດຳເນີນຢູ່ນະຄອນຫຼວງ Sofia, ບຸນກາຣີ ວັນທີ 23 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ໄດ້ຕົກລົງເປັນເອກະພາບຖະແຫຼງຍົກການພົວພັນ ຫວຽດນາມ - ບຸນກາຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ດ້ວຍການຕົກລົງນີ້, ບຸນກາຣີ ກາຍເປັນປະເທດທຳອິດໃນເຂດ Balkan ທີ່ມີສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ຕົກລົງເປັນເອກະພາບຖະແຫຼງຍົກການພົວພັນ ຫວຽດນາມ - ບຸນກາຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

        ກໍໃນການພົບປະສົນທະນາ, ການນຳສອງທ່ານໄດ້ເປັນເອກະສັນນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳໃຈກາງໃນການພົວພັນຄູ່ຮ່ວມມືຍຸດທະສາດ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນຢ່າງແຮງ ໂດຍຜ່ານການເປີດປະຕູຕະຫຼາດໃຫ້ກັນ; ໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ດ້ວຍເປົ້າໝາຍເພີ່ມວົງເງິນການຄ້າສອງຝ່າຍຂຶ້ນທົບ 2 ເທົ່າໃນຊຸມປີຈະມາເຖິງ. ສອງຝ່າຍພ້ອມແລ້ວທີ່ຈະເປັນ “ປະຕູ” ໃຫ້ແກ່ສິນຄ້າຂອງ ຫວຽດນາມ ແລະ ບຸນກາຣີ ແຊກຊຶມເຂົ້າຕະຫຼາດ ອາຊຽນ ແລະ ອີຢູ. ກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທາງດ້ານການສຶກສາບຳລຸງສ້າງ, ຂົງເຂດຮັກສາສັນຕິພາບ ສປຊ, ຄວາມປອດໄພທາງໄຊເບີ, ເສນາຮັກ...

        ກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ການນຳສອງທ່ານໄດ້ແບ່ງປັນຫຼັກໝັ້ນ ແລະ ວິໄສທັດກ່ຽວກັບການແກ້ໄຂບັນດາບັນຫາ ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ.

        ໂອກາດນີ້, 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ບຸນກາຣີ.

ວັນຫຽວ

TAG
VOV/VOVworld/ປະ​ທາ​ນາ​ບໍ​ດີ ບຸນ​ກາ​ຣີ/ຍົກ​ການ​ພົວ​ພັນ​ ຫວຽດ​ນາມ - ບຸນ​ກາ​ຣີ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ