logo

ນຳ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ກາຍ​ເປັນ​ເສົ້າ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ ຫວຽດ​ນາມ-ອາ​ຟ​ຼິກ​ກາ​ໃຕ້

2025/10/24 | 11:24:51
(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ອາຟຼິກກາໃຕ້...

(ພາບ:VOV)

   ຕອນເຊົ້າວັນທີ 24 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ Matamela Cyril Ramaphosa, ປະທານາທິບໍດີ ສ.ອາຟຼິກກາໃຕ້ ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

    ທີ່ການພົບປະສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ອາຟຼິກກາໃຕ້, ນຳການພົວພັນຮ່ວມມືລັດຖະສະພາ ກາຍເປັນເສົາຄ້ຳສຳຄັນ, ແກ່ນສານຂອງການພົວພັນສອງຝ່າຍ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນລັດຖະສະພາ ແລະ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດໂດຍໄວ.

   ສ່ວນທ່ານປະທານາທິບໍດີ  ອາຟຼິກກາໃຕ້ Matamela Cyril Ramaphosa, ຖືວ່າ ເລື່ອງຊຸກຍູ້ການຮ່ວມມືລັດຖະສະພາແມ່ນປັດໄຈສຳຄັນເພື່ອແບ່ງປັນບົດຮຽນປະສົບການ ແລະ ປະກອບສ່ວນສ້າງລັດແຫ່ງກົດໝາຍຢູ່ແຕ່ລະປະເທດ ພ້ອມທັງຢືນຢັນຄວາມຕັດສິນໃຈຂອງລັດຖະບານ ອາຟຼິກກາໃຕ້ ໃນການເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນ ມີການຮ່ວມມືລະຫວ່າງບັນດາອົງການລັດຖະສະພາ, ສົມກັບການພົວພັນດ້ານການເມືອງອັນດີງາມ ແລະ ທີ່ຕັ້ງຂອງສອງປະເທດ.

TAG
VOV/VOVworld/ນຳ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​/ຫວຽດ​ນາມ-ອາ​ຟ​ຼິກ​ກາ​ໃຕ້/ທ່ານ Matamela Cyril Ramaphosa/ທ່ານປະທານາທິບໍດີ ອາຟຼິກກາໃຕ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ