logo

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

2025/9/27 | 07:22:16
(VOVWORLD) - ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ ນຳກອງປະຊຸມໃຫຍ່ (ພາບ: VOV)

ດ້ວຍຫົວຂໍ້ “ສືບຕໍ່ຍົກສູງກຳລັງຄວາມສາມາດໃນການຊີ້ນຳຂອງຄະນະພັກ, ເສີມຂະຫຍາຍມູນເຊື້ອ “ນະຄອນວິລະຊົນ” ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຍູ້ແຮງນະວັດຕະກຳ, ນຳຫ໋າຍຝ່ອງກາຍເປັນນະຄອນ ທ່າກຳປັນທັນສະໄໝ, ສິວິໄລ, ນຳໜ້າໃນການສ້າງລັດທິສັງຄົມ”, ຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນຫ໋າຍຝ່ອງ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນຄະນະພັກ ນະຄອນ ຫ໋າຍຝ່ອງຄັ້ງທີ 1, ອາຍຸການ 2025  - 2030. ກ່າວຄຳເຫັນຊີ້ ນຳກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”. ປະກອບສ່ວນຫຼາຍຢ່າງ ແລະ ມີປະສິດທິຜົນ ເຂົ້າໃນການຫັນສອງເປົ້າໝາຍຍຸດທະສາດ 100 ປີຂອງພັກ ໃຫ້ປະກົດຜົນເປັນຈິງ ດ້ວຍຈິດໃຈ “ພັກຊີ້ນຳ, ລັດຖະບານເປັນເອກະພາບ, ສະພາແຫ່ງຊາດເຫັນດີ, ປະຊາຊົນສະໜັບສະໜູນ, ປະເທດຊາດລໍຄອຍ, ພຽງແຕ່ປຶກຫາເຮັດ - ບໍ່ປຶກສາຖອຍຫຼັງ”.

TAG
VOV/VOVworld/ຫ໋າຍ​ຝ່ອງ/ພັດ​ທະ​ນາ/ທ່າ​ກຳ​ປັ່ນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ