logo

ນຳ​ເສດ​ຖະ​ກິດ​ເອ​ກະຊົນ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ

2025/10/10 | 12:07:00
(VOVWORLD) - ປະຊາຄົມວິສາຫະກິດເອກະຊົນຕ້ອງປະຕິບັດ “3 ເນື້ອໃນປະຈັນບານ”, “2 ເຕີບໃຫຍ່ເຂັ້ມແຂງ” ເພື່ອບັນລຸໃຫ້ໄດ້ເປົ້າໝາຍລຸລ່ວງນັ້ນແມ່ນ “ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ”, ປະສານສົມທົບຢ່າງກົມກ່ຽວ, ມີປະສິດທຜົນ ດ້ວຍເສດຖະກິດພາກລັດເປັນແກ່ນສານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV5)

ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນລາຍການ ພາບລວມເສດຖະກິດເອກະຊົນ ຫວຽດນາມ ຄັ້ງທີ I ແລະ ຂໍ້ລິເລີ່ມ “ພາກລັດພາກເອກະຊົນ - ສ້າງສາປະເທດຊາດ, ຮຸ່ງເຮືອງເຂັ້ມແຂງ - ວັດທະນາຖາວອນ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ປະຊາຄົມວິສາຫະກິດເອກະຊົນຕ້ອງປະຕິບັດ “3 ເນື້ອໃນປະຈັນບານ”, “2 ເຕີບໃຫຍ່ເຂັ້ມແຂງ” ເພື່ອບັນລຸໃຫ້ໄດ້ເປົ້າໝາຍລຸລ່ວງນັ້ນແມ່ນ “ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ”, ປະສານສົມທົບຢ່າງກົມກ່ຽວ, ມີປະສິດທຜົນ ດ້ວຍເສດຖະກິດພາກລັດເປັນແກ່ນສານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ:

        “ທີໜຶ່ງແມ່ນເຕີບໃຫຍ່ຢ່າງເຂັ້ມແຂງຜ່ານຜ່າຕົນເອງ, ຜ່ານຜ່າຂໍ້ຈຳກັດຂອງຕົນ ເພື່ອພັດທະນາຢ່າງວ່ອງໄວ, ເຂັ້ມແຂງກວ່າອີກ, ປະກອບສ່ວນພັດທະນາເສດຖະກິດສີຂຽວ, ເສດຖະກິດີຈີຕອນ, ເສດຖະກິດປະດິດຄິດສ້າງ… ເນື້ອໃນເຕີບໂຕເຂັ້ມແຂງທີສອງແມ່ນ, ໃນທຸກການເຄື່ອນໄຫວຂອງພວກເຮົາຕ້ອງເຕີບໃຫຍ່ເຂັ້ມແຂງ, ແກ້ງແຍ້ງຢ່າງຍຸຕິທຳ, ຊື່ກົງຈະແຈ້ງ, ເຂົ້າຮ່ວມລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງເລິກເຊິ່ງກວ່າ ແລະ ບືນຕົວຂຶ້ນ, ດ້ວຍຈິດໃຈຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ດ້ວຍຈິດໃຈມອງກວ້າງເຫັນໄກ, ຄິດເລິກກະທຳຢ່າງໃຫຍ່ຫຼວງ”.

TAG
VOV/VOVworld/ເສດ​ຖະ​ກິດ​ເອ​ກະ​ຊົນ/​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ