logo

ບົດ​ບາດ​ເປັນ​ປະ​ທານ ອາ​ຊຽ​ນ 2025 ຈະ​​ເປີດກວ້າງ​ອອກ​ສູ່​ວົງ​ນອກກອງ​ປະ​ຊຸມ​​ສຸດຍອດ

2025/1/15 | 08:51:36
(VOVWORLD) -    ວັນທີ 14 ມັງກອນ, ຢູ່ນະຄອນຫຼວງ Kuala Lumper, ກະຊວງການຕ່າງປະເທດ ມາເລເຊຍ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບການປະຕິບັດບົດບາດເປັນປະທານ ອາຊຽນ ປີ 2025.

   ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່ ກະຊວງການຕ່າງປະເທດ ມາເລເຊຍ Amran Mohamed Zin ໃຫ້ຮູ້ວ່າ ມີທັງໝົດ 29 ລາຍການໄດ້ຮັບການສ້າງຂຶ້ນສະເພາະໃຫ້ບັນດາພາກສ່ວນທີ່ແຕກຕ່າງກັນຂອງສັງຄົມ, ລວມທັງປະຊາຄົມຊົນນະບົດ, ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ຊາວໜຸ່ມ, ແມ່ຍິງ, ຄົນພິການ, ຜູ້ສູງອາຍຸ ແລະ ເດັກນ້ອຍ. ຕາມທ່ານ Amran ແລ້ວ, ນີ້ແມ່ນໂຄງການດຳເນີນງານແຫ່ງຊາດ, ຮຽກຮ້ອງໃຫ້ປະຊາຊົນ ມາເລເຊຍ ທຸກຄົນເຂົ້າຮ່ວມ, ລວມທັງບັ້ນໂຄສະນາສິນຄ້າ ໂດຍ ມາເລເຊຍ ຜະລິດ, ເວທີປາໄສ ອາຊຽນ + 3 ເພື່ອແນໃສ່ມອບສິດໃຫ້ແກ່ແມ່ຍິງຊົນນະບົດ, ກອງປະຊຸມສຸດຍອດຊາວໜຸ່ມ ອາຊຽນ ແລະ ງານວາງສະແດງ Halal ສາກົນ ມາເລເຊຍ ຄັ້ງພິເສດ (MIHAS), ກໍຄືບັນດາຂໍ້ລິເລີ່ມສະເພາະແກ່ນັກຮຽນມັດທະຍົມ ແລະ ນັກສຶກສາມະຫາວິທະຍາໄລ. ບັນດາການເຄື່ອນໄຫວ ແລະ ໂຄງການນີ້ ລ້ວນແຕ່ເໝາະສົມກັບວິໄສທັດກ່ຽວກັບປະຊາຄົມ ອາຊຽນ ຖືປະຊາຊົນ ເປັນໃຈກາງ, ກໍຄືຫົວຂໍ້ຂອງປະທານ ອາຊຽນ 2025 ແມ່ນ “ກວມລວມ ແລະ ຍືນຍົງ”.

        ມີທັງໝົດ 357 ກອງປະຊຸມທີ່ກ່ຽວຂ້ອງເຖິງ ອາຊຽນ ຈະດຳເນີນໃນທົ່ວໂລກໃນປີນີ້, ລວມມີ 14 ກອງປະຊຸມສຸດຍອດ ທີ່ມີການເຂົ້າຮ່ວມຂອງການນຳບັນດາປະເທດ ແລະ ລັດຖະບານ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ຄາດວ່າຈະດຳເນີນໃນກາງປີ, ພ້ອມດຽວກັນນັ້ນ ກໍມີກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) - ຈີນ, ໃນຂະນະທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ຈະໄດ້ຈັດຂຶ້ນໃນທ້າຍປີນີ້.

ງອກຢຽບ, ນັກຂ່າວ VOV ປະຈຳ ໄທ

TAG
VOV/VOVworld/ປະ​ທານ ອາ​ຊຽນ 2025/ມາ​ເລ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ