logo

ບຸນຊ່ວງເຮືອປະເພນີໃຫຍ່ສຸດຢູ່ ກຳປູເຈຍ ຖືກຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ

2019/11/11 | 07:39:18
(VOVWORLD) - ວັນທີ 10 ພະຈິກ, ຢູ່ແມ່ນ້ຳຂອງ, ໃນບໍລິເວນໜ້າພະລາດຊະວັງຢູ່ນະຄອນຫລວງ ພະນົມເປັນ, ໄດ້ໄຂບຸນຊ່ວງເຮືອປະເພນີ Bon Om Touk 2019. ນີ້ແມ່ນໜຶ່ງໃນບັນດາງານບຸນປະເພນີໃຫຍ່ສຸດຢູ່ ກຳປູເຈຍ.
 ບຸນຊ່ວງເຮືອປະເພນີໃຫຍ່ສຸດຢູ່ ກຳປູເຈຍ ຖືກຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ

        ເຂົ້າຮ່ວມພິທີເປີດມີກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ, ທ່ານ Samdech Hun Sen ນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ, ບັນດາແຂກຖືກເຊີນທັງສາກົນ ພ້ອມດ້ວຍປະຊາຊົນພາຍໃນປະເທດ ແລະ ແຂກທ່ອງທ່ຽວສາກົນນັບຫລາຍພັນຄົນ.

        ບຸນຊ່ວງເຮືອປີນີ້ຈະດຳເນີນໃນລະຫວ່າງວັນທີ 10 – 12 ພະຈິກ. ບຸນຊ່ວງເຮືອໄດ້ດຳເນີນໃນກາງເວັນ, ສ່ວນໃນເວລາກາງຄືນ, ເຮືອຈະໄດ້ຮັບການປະດັບປະດາດ້ວຍໄຟແສງສີຍິບຍັບປ່ອຍໃຫ້ໄຫຼໄປຕາມສາຍນ້ຳພ້ອມດ້ວຍການສະແດງຍິງບັ້ງໄຟດອກ. ບຸນຊ່ວງເຮືອປີນີ້ ມີການເຂົ້າຮ່ວມຂອງເຮືອແຂ່ງເກືອບ 300 ລຳ ພ້ອມດ້ວຍສີພາຍທີ່ມາຈາກທົ່ວທຸກເຂດພາກທ້ອງຖິ່ນໃນທົ່ວປະເທດກ່ວາ 19.000 ຄົນ.

TAG
VOV/VOVworld/ບຸນຊ່ວງເຮືອ/ກຳປູເຈຍ/ຄຶກຄື້ນມ່ວນຊື່ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ