logo

ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງຊາວຫວຽດນາມ ໃນສາຍຕາຂອງນັກສຶກສາຕ່າງປະເທດ

2019/1/30 | 06:02:41

(VOVWORLD) -  ໃນບັນຍາກາດອົບອຸ່ນຂອງລະດູບານໃຫມ່ພວມວຽນມາອີກວາລະຫນຶ່ງ, ມີນັກສຶກສາຕ່າງປະເທດ ກວ່າ 40 ຄົນ ໄດ້ເຂົ້າຮ່ວມລາຍການຕ້ອນຮັບບຸນປີໃຫມ່ປະຈຳຊາດ 2019 ຈັດຂຶ້ນຢູ່ຖະຫນົນ ຟຸ່ງຮືງ ນະຄອນ ຮ່າໂນ້ຍ ຮູ້ສຶກເບີກບານມ່ວນຊື່ນ ແລະ ຈັບອົກຈັບໃຈເມື່ອໄດ້ຊົມບັນດາພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມ ກໍ່ຄືໄດ້ຊົມສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດໃນລະດູບານໃຫມ່ຢູ່ຕະຫລາດດອກໄມ້ບຸນເຕັດຂອງຮ່າໂນ້ຍ. ທັງໝົດເຫລົ່ານັ້ນ ໄດ້ເຮັດໃຫ້ພວກເພື່ອນມີຄວາມປະທັບໃຈກ່ຽວກັບວັດທະນະທຳຕ້ອນຮັບບຸນເຕັດຂອງຊາວຫວຽດນາມ.

ຫວ່າງແລ້ວນີ້ ມີນັກສຶກສາຕ່າງປະເທດຄື: ນັກສຶກສາ ກູບາ, ອາເມລິກາ, ຈີນ … ໄດ້ເຂົ້າຮ່ວມລາຍການ “ບຸນເຕັດຫວຽດນາມປີ 2019” ໂດຍ ສະໂມສອນສາລາບ້ານຫວຽດນາມ ແລະ ຄະນະຄຸ້ມຄອງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ ຈັດຕັ້ງ

ໃນລາຍການນີ້ ບັນດານັກສຶກສາຕ່າງປະເທດ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນຍາກາດບຸນເຕັດຢູ່ຖະຫນົນ ຟຸ່ງຮືງ, ຢ້ຽມຊົມຕະຫລາດດອກໄມ້ໃນບຸນເຕັດ ແລະ ປູຊະນີຍະສະຖານປະຫວັດສາດຫລາຍແຫ່ງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ

ລາຍການ ບຸນເຕັດຫວຽດນາມປີ 2019 ໄດ້ເຮັດໃຫ້ພວກເພື່ອນມີຄວາມປະທັບໃຈ ແລະ ເຂົ້າໃຈວັດທະນະທຳຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ກວ່າອີກ

ນັກສຶກສາຕ່າງປະເທດໄດ້ຊົມບັນດາຮູບການສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມຄື: ຂັບເຈົາວັນ, ຂັບເສີມ, ອ່ານກາບກອນ

ນັກສຶກສາ ລັດເຊຍ ຊົມພາບພື້ນເມືອງຂອງຫວຽດນາມ

ເມື່ອຢ້ຽມຊົມຕະຫລາດດອກໄມ້ໃນຍາມບຸນເຕັດ, ພວກເພື່ອນນັກສຶກສາຕ່າງປະເທດຮູ້ສຶກແປກປະຫລາດເມື່ອຖະຫນົນ ຮ່າງເລືອກ ໄດ້ກາຍເປັນຖະຫນົນດອກໄມ້ທີ່ຫນ້າປະທັບໃຈດ້ວຍສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດ

ເມື່ອຊົມຕະຫລາດດອກໄມ້ ແລະ ໄດ້ຮັບຟັງເລື່ອງປະດັບປະດາດອກໄມ້ໃນຍາມບຸນເຕັດຂອງຊາວຫວຽດນາມ, ມີນັກສຶກສາຫລາຍຄົນໄດ້ເລືອກຊື້ງ່າດອກຄາຍສວຍງາມ

ບໍ່ພຽງແຕ່ໄປຊົມຕະຫລາດບຸນເຕັດເທົ່ານັ້ນ ຫາກພວກເພື່ອນຍັງໄດ້ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດຫລາຍແຫ່ງຢູ່ຄຸ້ມຖະຫນົນເກົ່າອີກດ້ວຍ

ຢູ່ ສູນພົວພັນແລກປ່ຽນວັດທະນະທຳຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ເຮືອນເລກທີ 50 ຖະຫນົນ ດ່າວຢູຍຕື, ພວກເພື່ອນຍັງໄດ້ຊອກຮູ້ບັນດາເອກະສານ, ວັດຖຸພັນກ່ຽວຂ້ອງເຖິງປະຫວັດແຫ່ງການພັດທະນາ ແລະ ວັດທະນະທຳຂອງນະຄອນຫລວງ ຮ່າໂນ້ຍ.

ບັນດານັກສຶກສາຕ່າງປະເທດ ພວມຮັບຟັງການແນະນຳກ່ຽວກັບມູນເຊື້ອ ແລະ ວິທີຫໍ່ເຂົ້າຕົ້ມໃນມື້ບຸນເຕັດຂອງຊາວຫວຽດນາມ.

ບັນດານັກສຶກສາຕ່າງປະເທດ ຮູ້ສຶກຈັບອົກຈັບໃຈຕໍ່ປະເພນີການຂຽນຕົວຫນັງສື
 ການໄປທັດສະນະສຶກສາໃນຍາມບຸນເຕັດ ບໍ່ພຽງແຕ່ຊ່ວຍພວກເພື່ອນມີປະສົບການ ແລະ ເຂົ້າໃຈແຈ້ງກ່ຽວກັບບຸນເຕັດຢູ່ຫວຽດນາມ ຫາກຍັງນຳມາເຊິ່ງຄວາມປະທັບໃຈ, ບັນດາອະນຸສອນທີ່ຍາກຫລົງລືມໄດ້ກ່ຽວກັບບັນຍາກາດຕ້ອນຮັບບຸນເຕັດຂອງຊາວຫວຽດນາມ. 

TAG
VOV/VOVworld/ບັນຍາກາດ/ບຸນປີໃຫມ່ປະຈຳຊາດຂອງຊາວຫວຽດນາມ/ນັກສຶກສາຕ່າງປະເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ