logo

ບັນ​ຍາ​ກາດທີ່​ອົບ​ອຸ່ນຂອງວັນ​ບຸນ​ຄຼິດ​ສະ​ມາດ​​​ແຜ່​ກະ​ຈ​າຍ​ໃນ​ທົ່ວ​ຖະ​ໜົນ​ສາຍ​ຕ່າງໆ​ຢູ່​ໃຈ​ກາງ​ນະ​ຄອນ ເຫວ້

2025/12/23 | 11:24:37
(VOVWORLD) -  ບັນຍາກາດຂອງບັນບຸນຄຼິດສະມາດ ໄດ້ແຜ່ກະຈາຍຢູ່ຖະໜົນສາຍຕ່າງໆຢູ່ເຂດໃຈກາງ, ເຂດຊຸມຊົນ, ຖະໜົນຍ່າງຂອງນະຄອນ ເຫວ້. ດອກໄຟຫຍິບຫຍັບ, ສີສັນວັນບຸນຄຼິດສະມາດໄດ້ເຮັດໃຫ້ຖະໜົນຫົນທາງມີຄວາມຄຶກຄື້ນກວ່າໃນຊຸມວັນຝົນຕົກອາກາດໜາວ. 
ໂບດແຫ່ງຕ່າງໆຢູ່ເຫວ້ ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ອົບອຸ່ນ

ຮ້ານກາເຟ, ພັດທະຄານ, ໂຮງແຮມ, ສູນການຄ້າຫຼາຍແຫ່ງໄດ້ປະດັບປະດາຢ່າງສວຍງາມ ແລະ ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ, ຖ່າຍຮູບ, ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບສຸກຂອງວັນບຸນ. ລຸງ ຫວໍວັນທ້ຽນ, ຊາວຄຼິດຢູ່ ທ້ວນຮວ່າ, ນະຄອນ ເຫວ້, ໃຫ້ຮູ້ວ່າ:

        “ຕົ້ນເດືອນທັນວາ ແຕ່ລະປີ, ປະຊາຊົນຊາວຄຼິດໄດ້ພົບກັນແລກປ່ຽນກ່ຽວກັບວິທີເຮັດ, ພ້ອມກັນເລ້ຍລາຍເງິນເພື່ອກະກຽມໃຫ້ແກ່ວັນບຸນຄຼິດສະມາດ, ບົນຈິດໃຈມ່ວນຊື່ນ, ເຕົ້າໂຮມ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດ. ນັ້ນແມ່ນຄວາມສາມັກຄີອັນຍິ່ງໃຫຍ່ທີ່ສຸດ ແລະ ໄດ້ຮັບການຮັກສາແຕ່ຫຼາຍສິບປີກ່ອນແລ້ວ”.

ບັນດາເຂດຊາວຄຼິດມອບຂອງຂວັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດວັນບຸນ ຄຼິດສະມາດ

        ວັນບຸນຄຼິດສະມາດຢູ່ນະຄອນ ເຫວ້ ຍິ່ງມີຄວາມອົບອຸ່ນເມື່ອນ້ຳໃຈຮັກແພງໄດ້ຮັບການແຜ່ກະຈາຍ ດ້ວຍບັນດາການກະທຳແບ່ງປັນຢ່າງລະອຽດ. ຫຼາຍເຂດຊາວຄຼິດ, ໂບດ ແລະ ກຸ່ມອາສາສະໝັກຊາວຄຼິດ ໄດ້ຈັດກິດຈະກຳຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຄົນເຈັບ, ຄົນພິການ.

TAG
VOV/VOVworld/ວັນ​ບຸນ ຄຼິດ​ສະ​ມາດ/ນະ​ຄອນ ເຫວ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ