logo

ບັນຍາກາດວັນບຸນຄຼິດສະມາດຟົດຟື້ນໃນທົ່ວປະເທດ

2025/12/25 | 09:13:00
(VOVWORLD) - ຢູ່ ຮ່າໂນ້ຍ, ມີປະຊາຊົນ, ແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້ໄປໂບດໃຫຍ່, ໂບດ ຮ່າມລອງ, ໂບດ ເກືອບັກ… ແລະ ບັນດາເຂດຖະໜົນຢູ່ໃຈກາງ ຮ່າໂນ້ຍ ເພື່ອລະຫຼິ້ນ, ຕ້ອນຮັບວັນບຸນຄຼິດສະມາດ 2025.
(ມີປະຊາຊົນເປັນຈຳນວນຫຼາຍໄດ້ໄປໂບດ ຮ່າມລອງ)

        ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນໃນທົ່ວປະເທດ ແລະ ຢູ່ເຂດຊາວຄຼິດລ້ວນແຕ່ຕ້ອນຮັບວັນບຸນຄຼິດສະມາດ 2025 ໃນບັນຍາກາດວັນບຸນ, ຈິດໃຈສາມັກຄີ, ແບ່ງປັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນການດຳລົງຊີວິດ.

        ຢູ່ ຮ່າໂນ້ຍ, ມີປະຊາຊົນ, ແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້ໄປໂບດໃຫຍ່, ໂບດ ຮ່າມລອງ, ໂບດ ເກືອບັກ… ແລະ ບັນດາເຂດຖະໜົນຢູ່ໃຈກາງ ຮ່າໂນ້ຍ ເພື່ອລະຫຼິ້ນ, ຕ້ອນຮັບວັນບຸນຄຼິດສະມາດ 2025. ບໍ່ພຽງແຕ່ຜູ້ເຊື່ອຖືສາສະໜາຄິຼດ ລໍຖ້າຕ້ອນຮັບວັນບຸນນີ້ເທົ່ານັ້ນ, ຫາກມີປະຊາຊົນຫຼາຍຄົນກໍ່ຖືວັນບຸນຄຼິດສະມາດເປັນສຳຄັນ ແລະ ສະຫງວນເວລາຢູ່ພ້ອມກັບຍາດຕິພີ່ນ້ອງໃນຄອບຄົວ ຫຼື ເພື່ອນມິດຂອງຕົນ.

        “ໂດຍເຈືອຈານເຂົ້າກັບບັນຍາກາດວັນບຸນຄຼິດສະມາດ, ພວກຂ້າພະເຈົ້າຢາກຖ່າຍຮູບໃຫ້ງາມໆເພື່ອຮັກສາໄວ້. ຢູ່ທີ່ນີ້ໄດ້ຮັບການປະດັບປະດາຢ່າງສວຍງາມ, ຍິ່ງຮອດຕອນຄ່ຳກໍ່ຍິ່ງງາມ”.

        ໃນຂະນະນັ້ນ, ຢູ່ຕາແສງ ຕຸຍອານດົງ, ແຂວງ ດັກລັກ, ແຫ່ງທີ່ຫາກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກສະພາບນ້ຳຖ້ວມກ່ອນນີ້ 1 ເດືອນ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດກໍ່ເຫັນໄດ້ຢູ່ທີ່ນີ້. ສ່ວນຢູ່ ນະຄອນ ໂຮ່ຈີມິນ, ມີເສັ້ນທາງຫຼາຍສາຍ ແລະ ເຂດຊຸມຊົນກໍ່ໄດ້ຮັບການປະດັບປະດາຢ່າງສວຍງາມ. ທ່ານ Tobias Laaksonen, ແຂກທ່ອງທ່ຽວມາຈາກ ຊູແອັດ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າຫາກໍ່ມາຮອດນະຄອນ ໂຮ່ຈີມິນ ແລະ ຮູ້ສຶກຕື້ນຕັນໃຈ. ຫວຽດນາມ ບໍ່ແມ່ນປະເທດເຊື່ອຖືສາສະໜາເຢຊູ, ແຕ່ບັນຍາກາດຂອງວັນບຸນຄຼິດສະມາດຢູ່ທີ່ນີ້ຄືດັ່ງວັນບຸນໃຫຍ່ ດ້ວຍການເຂົ້າຮ່ວມຂອງຫຼາຍຄົນ. ພວກຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດ”.

TAG
VOV/VOVworld/ສາ​ສະ​ໜາ​ຄິ​ຼດ/​ລໍ​ຖ້າ/​ຕ້ອນ​ຮັບ/ວັນ​ບຸນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ