logo

ບັນຍາກາດວັນບຸນໄຫວ້ພະຈັນຢູ່ ຫວຽດນາມ

2025/10/4 | 07:31:00
(VOVWORLD) - ມີແຂກທ່ອງທ່ຽວສາກົນຫຼາຍຄົນໄດ້ສະແດງຄວາມມັກ ແລະ ອອນຊອນດ້ວຍເຂດຮ້ານວາງຂາຍທີ່ເຕັມໄປດ້ວຍສີສັນຂອງໂຄມໄຟຮູບດາວ, ເຄື່ອງຫຼິ້ນຢູ່ 2 ແຄ້ມທາງ.
ຢູ່ຖະໜົນ ຮ່າງມ້າ (ຮ່າໂນ້ຍ) ມີສີສັນທີ່ຫຼາກຫຼາຍມາຈາກໂຄມໄຟ, ເຄື່ອງຫຼິ້ນ…
(ພາບ: laodong.vn)

ຊຸມມື້ກ່ອນຈະຮອດວັນບຸນໄຫວ້ພະຈັນ, ຢູ່ຖະໜົນ ຮ່າງມ້າ (ຮ່າໂນ້ຍ) ມີສີສັນທີ່ຫຼາກຫຼາຍມາຈາກໂຄມໄຟ, ເຄື່ອງຫຼິ້ນ… ນອກຈາກເຄື່ອງປະດັບປະດາແລ້ວ, ໜ້າກາກພື້ນເມືອງ, ໂຄມໄຟຮູບດາວ, ໂຄມໄຟດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນຊະນິດຕ່າງໆກໍໄດ້ດຶງດູດຜູ້ມາຊື້.

ໂດຍເຊື່ອມຕົວເຂົ້າກັບກະແສຜູ້ໄປລະຫຼິ້ນວັນບຸນໄຫວ້ພະຈັນ, ມີແຂກທ່ອງທ່ຽວສາກົນຫຼາຍຄົນໄດ້ສະແດງຄວາມມັກ ແລະ ອອນຊອນດ້ວຍເຂດຮ້ານວາງຂາຍທີ່ເຕັມໄປດ້ວຍສີສັນຂອງໂຄມໄຟຮູບດາວ, ເຄື່ອງຫຼິ້ນຢູ່ 2 ແຄ້ມທາງ.

“ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຫັນປະຈັກຕາ. ເຂດນີ້ສວຍງາມທີ່ສຸດ. ບັນຍາກາດດີ, ມີສີສັນຫຼາກຫຼາຍ. ມີແສງດອກໄຟຫຼາຍ, ຜູູ້ຄົນເບກບານມ່ວນຊື່ນ, ມີຄວາມສຸກ. ຂ້າພະເຈົ້າມັກແຫ່ງນີ້.”

(ຄູອາຈານ, ນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ກໍມ້າ ເຮັດໂຄມໄຟຮູບດາວ)

ສ່ວນຢູ່ເຂດຊາຍແດນ ເຊີນລາ, ບັນດາເດັກນ້ອຍເຂດພູສູງພວມຕ້ອນຮັບວັນບຸນໄຫວ້ພະຈັນທີ່ເຕັມໄປດ້ວຍຄວາມໝາຍ. ນັ້ນແມ່ນຂອງຂວັນທີ່ບັນດາຄູອາຈານ, ອຳນາດການປົກຄອງ ພ້ອມກັບປະຊາຄົມສະຫງວນໃຫ້ນັກຮຽນໂຮງຮຽນມັດທະຍົມເຄິ່ງກິນນອນຊົນເຜົ່າ ມັດທະຍົມຕອນຕົ້ນ ກໍມ້າ, ຕາແສງ ກໍມ້າ, ເຊີນລາ.

“ນ້ອງຊືວ່າ ຊຸ່ງທິເຕົ໊າ, ນັກຮຽນຂອງໂຮງຮຽນ, ພວກນ້ອງລ້ວນແຕ່ຫ່າງໄກຈາກບ້ານ, ເປັນນັກຮຽນເຄິ່ງກິນນອນ ກັບບັນດາຄູອາຈານ, ໃນໂອກາດວັນບຸນໄຫວ້ພະຈັນນີ້ ພວກນ້ອງໄດ້ຕ້ອນຮັບພ້ອມກັບບັນດາຄູອາຈານ, ພວກເພື່ອນໃນໂຮງຮຽນ. ພວກນ້ອງໄດ້ເຮັດໂຄມໄຟຮູບດາວ, ສະແດງສິລະປະໃນຄ່ຳຄືນວັນບຸນໄຫວ້ພະຈັນ, ມ່ວນ ແລະ ມີຄວາມກະຕືລືລົ້ນທີ່ສຸດ”.

TAG
VOV/VOVworld/ໂຄມ​ໄຟ​/ຮູບ​ດາວ/ສະແດງ/ສິ​ລະ​ປະ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ