logo

ບັນຍ​າ​ກາດ ຮ່າ​ໂນ້ຍ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ

2019/12/21 | 15:51:00
(VOVWORLD) -ໃນຊຸມມື້ວັນບຸນຄຼິດສະມາດ ໃກ້ຈະມາເຖິງ, ຢູ່ຖະໜົນຫົນທາງໃນນະຄອນຫຼວງກໍ່ມີຄວາມຟົ້ນຟື້ນຫຼາຍຂຶ້ນ. ຢູ່ຕາມໂບດໃຫຍ່, ສູນການຄ້າ ຫຼືບັນດາຮ້ານຄ້າຕ່າງໆກໍ່ຄຶກຄື້ນມ່ວນຊືນທີ່ສຸດ.
ເມື່ອວັນບຸນຄຼິດສະມາດວຽນມາ, ຢູ່ບັນດາສູນການຄ້າໃຫຍ່ທີ່ນະຄອນຫຼວງຮ່າໂນ້ຍກໍ່ລ້ວນແຕ່ຖືກປະກັບປະດາຢ່າງສວຍງາມ ແລະ ເຕັມໄປດ້ວຍສີສັນຫຼາກຫຼາຍ, ອັນໄດ້ດຶງດູດແຂກທ່ອງທ່ຽວມາຢ່າງຫຼວງຫຼາຍ.
ໃນຕອນຄ່ຳ, ແສງດອກໄຟປະດັບມີສີສັນຫຼາກຫຼາຍຈາກບັນດາຕົ້ນຄຼິດສະມາດຍິ່ງເຮັດໃຫ້ ທັດສະນີຍາພາບນະຄອນຫຼວງຮ່າໂນ້ຍເພີ່ມຄວາມງົດງາມຫຼາຍຂຶ້ນ.
ແຂກທ່ອງທ່ຽວທັງຢູ່ພາຍໃນແລະ ຕ່າງປະເທດ, ພິເສດແມ່ນບັນດາເພື່ອນໜຸ່ມ ມັກຖ່າຍຮູບທີ່ລະນຶກເນື່ອງໃນໂອກາດວັນບຸນ ຄຼິດສະມາດຢູ່ບັນດາຖະໜົນສາຍໃຫຍ່.
ບັນດາພັດຕະຄາມກໍ່ຜັນຂະຫຍາຍລາຍການສົ່ງເສີມການຄ້າພິເສດເພື່ອດຶງດູດແຂກທ່ອງທ່ຽວມາຮັບປະທານອາຫານ
ໂຮງແຮມໃຫຍ່ບາງແຫ່ງຈະເຊື້ອເຊີນຄະນະດົນຕີມາສະແດງໂບດເພງວັນບຸນຄຼິດສະມາດເພື່ອຮັບໃຊ້ແຂກທ່ອງທ່ຽວ.
ເນື່ອງໃນໂອກາດນີ້, ຢູ່ບັນດາໂບດໃຫຍ່ກໍ່ໄດຫ່າງຫາກະກຽມປະດັບປະດາຢ່າງສວຍງາມເພື່ອຕ້ອນຮັບວັນບຸນຄຼິດສະມາດ.
ຮູບຈຳລອງຖ້ຳຫີນ Bethlehem ຊຶ່ງແມ່ນແຫ່ງທີ່ພະ Jesu ໄດ້ເກີດຢູ່ທີ່ນີ້ເຊິ່ງຖືກວາດພາບຄືນຢູ່ໂບດ ເກືອບັກ ຮ່າໂນ້ຍ
ທັດສະນີຍະພາບທີ່ສວຍສົດງົດງາມດ້ວຍສີສັນຫຼາກຫຼາຍຢູ່ໂບດໃຫຍ່ຮ່າໂນ້ຍ
ເນື່ອງໃນໂອກາດນີ້ ຢູ່ໂບດແຫ່ງຕ່າງໆກໍ່ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ ຊອກຮູ້ກ່ຽວກັບວັນບຸນຄຼິດສະມາດ
ນັບແຕ່ຕົ້ນປີ, ຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍພິເສດແມ່ນຢູ່ຖະໜົນ ຮ່າງມ້າ ແມ່ນເຕັມໄປດ້ວຍເຄືອງຂອງປະດັບປະດາວັນບຸນຄຼິດສະມາດຖືກວາງຂາຍຢູ່ຕາມຂອບທາງ
ເຄື່ອງປະດັບໃນວັນບຸນຄຼິດສະມາດປີນີ້ແມ່ນຫຼາຍຊະນິດ ມີຫຼາຍຮູບຫຼາຍແບບ
ແຂກທ່ອງທ່ຽວຕ່າງປະເທດເມື່ອມາຮອດຖະໜົດຮ່າງມ້າໃນຈຸດເວລານີ້, ຈະມີຄວາມຮູ້ສຶກເຖິງບັນຍາກາດວັນບຸນຄຼິດສະມາດພວມໃກ້ຈະວຽນມາ
ບັນດາເພື່ອນໜຸ່ມນຸ່ງຊຸດອາພອນ Santa Claud ໄປມອບຂອງຂວັນຢູ່ຕາມຖະໜົດສາຍຕ່າງໆຍິ່ງເຮັດໃຫ້ບັນຍາກາດວັນບຸນຄຼິດສະມາດຍິ່ງມີຊີວິດຊີວາ

TAG
VOV/VOVworld/ຄຼິດ​ສະ​ເມີດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ