|
1. ສູນການຂ່າວສາກົນ APEC ເປີດນຳໃຊ້ໃນວັນທີ 28 ຕຸລາ ແມ່ນບ່ອນບັນຊາ ແລະ ແນະນຳການເຄື່ອນໄຫວສື່ມວນຊົນໃນສັບປະດາຂັ້ນສູງ APEC 2017 ໃຫ້ແກ່ນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດທັງໝົດ. |
|
ສູນການຂ່າວ APEC ເປີດປະຕູ ນັບແຕ່ເວລາ 7 ໂມງ -22 ໂມງ ທຸກມື້. ສະເພາະມື້ດຳເນີນກອງປະຊຸມຂັ້ນສູງ APEC (11- ພະຈິກ) ຈະເປີດປະຕູຮອດ 24 ໂມງ ເພື່ອຮັບໃຊ້ບັນດານັກຂ່າວ. ເພື່ອເຂົ້າໃນສູນການຂ່າວ, ບັນດານັກຂ່າວຕ້ອງຜ່ານປະຕູກວດສອບຄວາມປອດໄພ. |
|
ເຂດແຈກຢາຍບັດໃຫ້ນັກຂ່າວ |
|
ເຂດຫນູນຊ່ວຍຂໍ້ມູນຂ່າວສານ, ແນະນຳໃຫ້ນັກຂ່າວໃນວິວັດການເຮັດວຽກ |
|
ຫ້ອງປະຊຸມຂ່າວປະຈຳ ກໍ່ແມ່ນບ່ອນເຮັດວຽກລວມຂອງບັນດານັກຂ່າວ. ນະທີ່ນີ້ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຈະເປັນປະທານການປະຊຸມຂ່າວພາຍຫລັງສິ້ນສຸດກອງປະຊຸມ APEC. |
|
ຫ້ອງປະຊຸມຂ່າວປະຈຳໄດ້ຕິດຕັ້ງຄອມພິວເຕີ ດ້ວຍການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ເພື່ອຮັບໃຊ້ໃຫ້ນັກຂ່າວ. |
|
ມີຫຼາຍກວ່າ 400 ຮູ ເຊື່ອມຕໍ່ອິນເຕີເນັດ, ບັນດາຫຼັກຮັບສົ່ງສັນຍານຂໍ້ມູນຂ່າວສານເຄື່ອນທີ່ ໄດ້ຈັດວາງເພື່ອຮັບປະກັນທຸກການເຊື່ອມຕໍ່ອິນເຕີເນັດ ແລະ ມີສັນຍານ Wifi ຢູ່ທົ່ວສະຖານີ. |
|
ບັນດານັກຂ່າວພວມເຮັດວຽກຢູ່ຫ້ອງປະຊຸມຂ່າວປະຈຳ. |
|
ນັກຂ່າວຊ່ອງໂທລະພາບດາວທຽມ Ma Cau (Manstv) ພວມເຮັດວຽກງານການຂ່າວຢູ່ສູນການຂ່າວ. |
|
ບັນດານັກຂ່າວສຳພາດນັກຂ່າວສຳນັກຂ່າວ Reuters |
|
ທ່ານ Dmitri Kostyrev, ນັກຂ່າວ ຂອງອົງການຫນັງສືພິມ Itar Tass, ມີຄວາມເພິ່ງພໍໃຈຫຼາຍກ່ຽວກັບພື້ນຖານວັດຖຸຮັບໃຊ້ໃຫ້ແກ່ການເຮັດວຽກຂອງນັກຂ່າວຢູ່ສູນການຂ່າວນີ້. |
|
ເຂດເຕັກນິກລວມມີ 67 ຫ້ອງ ສະຫງວນສະເພາະໃຫ້ບັນດາສຳນັກຂ່າວສາກົນ, ມີອຸປະກອນຄົບຖ້ວນ ແລະ ສາຍເຊື່ອມຕໍ່ອິນເຕີເນັດ . |
|
ຫ້ອງບັນທຶກພາບເຄື່ອນທີ່ຂອງສະຖານີໂທລະພາບ VTC, ຂຶ້ນກັບສະຖານີວິທະຍຸກະຈາຍສຽງ ຫວຽດນາມ. |
|
ຫ້ອງບັນນາທິການ ແລະ ຫ້ອງອັດສຽງເຄື່ອນທີ່ຂອງ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ. |
|
ບັນຍາກາດເຮັດວຽກໃນເຂດເຕັກນິກຂອງນັກຂ່າວສຳນັກຂ່າວສານ ຊີນຮົວ. |
|
ໃນສັບປະດາຂັ້ນສູງ, ຍ້ອນມີຫຼາຍເຫດການໄດ້ຈັດຕັ້ງຢູ່ບັນດາສະຖານທີ່ທີ່ແຕກຕ່າງກັນ ສະນັ້ນນັກຂ່າວສາມາດຕິດຕາມຜ່ານລະບົບຖ່າຍທອດສົດເຊື່ອມຕໍ່ບັນດາສະຖານທີ່ຕ່າງໆກັບສູນການຂ່າວ. |
|
ນາງ ດັ້ງມາຍເຟືອງ ນັກຂ່າວ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ (VOV5), ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ມີຮອຍຍິ້ມທີ່ແຈ່ມໃສພາຍຫຼັງມື້ເຮັດວຽກ. |




