logo

ບັນ​ດາ​ກົມ​ກອງ ອອກ​ເຄື່ອນ​ທັບ ​ປະ​ຕິ​ບັດ “ບັ້ນ​ກ​ວາງ​ຈຸງ” ສ້ອມ​ແປງ, ກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ

2025/12/4 | 08:23:43
(VOVWORLD) - ພາຍຫຼັງພິທີອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ”, ກອງພົນນ້ອຍ 575, ທະຫານເຂດ 5 ໄດ້ຈັດສົ່ງກຳລັງເຄື່ອນທີ່ ມີພະນັກງານນັກຮົບ ເກືອບ 50 ຄົນ ໄປຍັງດັກລັກ ເພື່ອໜູນຊ່ວຍການກໍ່ສ້າງເຮືອນຢູ່ໃຫ້ແກ່ 3 ຄອບຄົວ. 
ພິທີອອກເຄື່ອນທັບ ປະຕິບັດ  “ບັ້ນກວາງຈຸງ” (ພາບ: nhandan.vn)

ວັນທີ 3 ທັນວາ, ຢູ່ທ່າກຳປັ່ທະຫານ ກາມແຣງ, ກອງບັນຊາການທະຫານເຮືອເຂດ 4 ໄດ້ຈັດການອອກເຄື່ອນທັບ ປະຕິບັດ  “ບັ້ນກວາງຈຸງ”. ຜ່ານການສຳຫຼວດນັບແຕ່ພາຍຫຼັງປຸກລະດົມບັ້ນກວາງຈຸງກ່ອນໜ້ານັ້ນ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສ້າງຕັ້ງ 40 ໜ່ວຍປະຕິບັດງານ (ແຕ່ລະກຸ່ມມີສະມາຊິກ 12 – 17 ຄົນ)ໄດ້ສົມທົບກັບກອງບັນຊາການທະຫານແຂວງ ແຄ້ງຮ່ວາ ແລະ ດັກລັກ ເພື່ອໜູນຊ່ວຍປະຊາຊົນສ້ອມແປງ, ກໍ່ສ້າງເຮືອນໃໝ່ 14 ຫຼັງໃນບໍລິເວນ.

ແລະກໍ່ໃນວັນທີ 3 ທັນວາ, ພາຍຫຼັງພິທີອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ”, ກອງພົນນ້ອຍ 575, ທະຫານເຂດ 5 ໄດ້ຈັດສົ່ງກຳລັງເຄື່ອນທີ່ ມີພະນັກງານນັກຮົບ ເກືອບ 50 ຄົນ ໄປຍັງດັກລັກ ເພື່ອໜູນຊ່ວຍການກໍ່ສ້າງເຮືອນຢູ່ໃຫ້ແກ່ 3 ຄອບຄົວ. ໂດຍກ່ຽວຂ້ອງເຖິງ ບັ້ນກວາງຈຸງ ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ຖືກເສຍຫາຍຍ້ອນໄພທຳມະຊາດທີ່ຜ່ານມາຢູ່ບັນດາແຂວງເຂດພາກກາງ, ວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ມີເອກະສານຮຽກຮ້ອງບັນດາທ້ອງຖິ່ນ, ຫົວໜ່ວຍກົມກອງລາຍງານປະຈຳອາທິດກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນພາຍຫຼັງພາຍຸນ້ຳຖ້ວມ.


TAG
VOV/VOVworld/ການ​ກໍ່​ສ້າງ​ເຮືອນ​ຢູ່/ປະ​ຊາ​ຊົນ/ທະ​ຫານ/ພາ​ຍຸ/ນ້ຳ​ຖ້ວມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ