logo

ບັນ​ດາ​ຂົວ​ຕໍ່​ແຜ່​ກະ​ຈາຍ​ພາ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ສອງ​ຊາດ ລາວ - ຫວຽດ​ນາມ

2025/9/17 | 09:38:16
(VOVWORLD) - ລາວແມ່ນປະເທດທຳອິດທີ່ມີຜູ້ຕາງໜ້າໄດ້ຮັບການເຊີດຊູວ່າ “ເປັນທູດພາສາ ຫວຽດ ຢູ່ຕ່າງປະເທດ” ໃນ 3 ປີລຽນຕິດ. ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວ່າ ພາສາ ຫວຽດ ພວມນັບມື້ນັບປະກົດຢ່າງເລິກເຊິ່ງກວ້າງຂວາງໃນຊີວິດຊຸມຊົນຢູ່ ລາວ.
ພິທີເຊີດຊູພາສາ ຫວຽດ ຢູ່ ໂຮງຮຽນສອງພາສາ ລາວ - ຫວຽດ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໃຫ້ຮູ້ວ່າ ລາວແມ່ນປະເທດທຳອິດທີ່ມີຜູ້ຕາງໜ້າໄດ້ຮັບການເຊີດຊູວ່າ “ເປັນທູດພາສາ ຫວຽດ ຢູ່ຕ່າງປະເທດ” ໃນ 3 ປີລຽນຕິດ. ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວ່າ ພາສາ ຫວຽດ ພວມນັບມື້ນັບປະກົດຢ່າງເລິກເຊິ່ງກວ້າງຂວາງໃນຊີວິດຊຸມຊົນຢູ່ ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພາສາ ຫວຽດ ແມ່ນຂົວຕໍ່ໃນການພົວພັນຕ່າງປະເທດ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ. ເພື່ອໃຫ້ບັນດາ “ທູດພາສາ ຫວຽດ” ສາມາດເສີມຂະຫຍາຍຄວາມສາມາດແຜ່ກະຈາຍ ແລະ ຜູກພັນຢ່າງສຸດຂີດ, ຕ້ອງເອົາໃຈໃສ່ເຖິງການສ້າງ ແລະ ຮັກສາລະບົບນິເວດທີ່ສະດວກໃຫ້ພາສາ ຫວຽດ ພັດທະນາຢູ່ລາວແບບຍືນຍົງ, ກໍຄືປັບປຸງ, ເປີດກວ້າງບັນດາຫ້ອງສອນພາສາ ຫວຽດ ໃນປະຊາຄົມ ແລະ ນຳພາສາ ຫວຽດ ເຂົ້າໃນບັນດາຫຼັກສູດສາມັນຢູ່ຫຼາຍຊັ້ນຮຽນ, ພິເສດຢູ່ບັນດາຂົງເຂດທີ່ມີຊາວ ຫວຽດນາມ ດຳລົງຊີວິດເປັນຈຳນວນຫຼາຍ.

TAG
VOV/VOVworld/ເຊີດ​ຊູ​ພາ​ສາ ຫວຽດ/​ສາຍ​ພົວ​ພັນ​ສອງ​ຊາດ ລາວ - ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ