logo

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

2025/11/18 | 11:50:54
(VOVWORLD) -     ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ບັນດາທ້ອງຖິ່ນຕ້ອງປັບປຸງລະບົບຕິດຕາມກວດກາອາຊີບຫາປາໃຫ້ສົມບູນແບບ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU), ໃນວາລະປະຊຸມຄັ້ງທີ 22 ຂອງຄະນະຊີ້ນຳທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ພະຈິກ. ວາລະປະຊຸມດັ່ງກ່າວຍັງໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄມທະລາອີກດ້ວຍ.

        ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%), ອັດຕາອອກໃບອະນຸຍາດໃຫ້ຂຸດຄົ້ນແມ່ນ 76.811/79.360 ລຳ. ໃນອາທິດ, ຈຳນວນກ່ຳປັ່ນຫາປ່າທີ່ມີເງື່ອນໄຂຄົບຖ້ວນເພື່ອເຄື່ອນໄຫວນັ້ນ ໄດ້ຮັບການຄວບຄຸມຈາກທ້ອງຖິ່ນ, ບໍ່ເກີດມີກໍລະນີລະເມີດເຂດທະເລຕ່າງປະເທດ. ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນໃນກອງປະຊຸມຄັ້ງຕໍ່ໄປ ຕ້ອງຕົກລົງເປັນເອກະພາບ: ກະຊວງກະສິກຳ ແລະ ສິ່ງແວດລ້ອມລົບລ້າງຂໍ້ມູນກ່ຳປັ່ນບໍ່ມີເງື່ອນໄຂຄົບຖ້ວນ, ຕ້ອງມີບັນດາມາດຕະການລະອຽດເພື່ອຄວບຄຸມ ແລະ ຕິດຕາມກວດກາກຸ່ມກ່ຳປັ່ນດັ່ງກ່າວ. ບັນດາກ່ຳປັ່ນທີ່ຍັງບໍ່ທັນໄດ້ຮັບອະນຸຍາດຈັກເທື່ອນັ້ນ ຕ້ອງສ້າງເງື່ອນໄຂເພື່ອໃຫ້ມີເງື່ອນໄຂຄົບຖ້ວນ.”


TAG
VOV/VOVworld/ຂໍ້ກຳນົດ (IUU)/ຍົກ​ເລີກ​ບັດ​ເຫຼືອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ