logo

ບັນ​ດາ​ທ້ອງ​ຖິ່ນ​ທາງ​ພາກ​ເໜືອ ຫວຽດ​ນາມ ຮີບ​ເຮັ່ງ​ຮັບ​ມື​ກັບ​ຝົນ​ຕົກ, ນ້ຳ​ຖ້ວມ​ພາຍຫຼັງ​ພາ​ຍຸ ແມດ​ມໍ

2025/10/7 | 11:23:00
(VOVWORLD) -    ນັບແຕ່ຕອນກາງຄືນວັນທີ 6 ຕຸລາ ຮອດວັນທີ 7 ຕຸລາ, ຍ້ອນຖືກຜົນກະທົບພາຍຫຼັງພາຍຸ ແມດມໍ, ໃນບໍລິເວນບັນດາແຂວງທາງພາກເໜືອ ຫວຽດນາມ ໄດ້ເກີດມີຝົກຕົກໜັກໃນວົງກວ້າງ. ໃນນັ້ນ, ແຂວງ ຖ໊າຍງວຽນ ແລະ ຮ່າໂນ້ຍ ແມ່ນສອງທ້ອງຖິ່ນເກີດຝົກຕົກໜັກເປັນພິເສດ.
ຍ້ອນຖືກຜົນກະທົບຈາກພາຍຸ, ເຮັດໃຫ້ເກີດຮ່າໂນ້ຍ ແລະ ບັນດາແຂວງພາກເໜືອ ຫວຽດນາມ ເກີດຜົນຕົກໜັກ  (ພາບ: VOV)

  ຢູ່ ຮ່າໂນ້ຍ, ຕອນເຊົ້າວັນທີ 7 ຕຸລາ ເກີດຝົນຕົກລະດັບປານກາງ, ຝົນຕົກໜັກ ແລະ ຝົນຟ້າຄະນອງດ້ວຍປະລິມານນ້ຳຝົນແຕ່ 40mm ຫາ 80mm… ເຮັດໃຫ້ເກີດນ້ຳຖ້ວມໃນວົງກວ້າງ. ທ່ານ ຟານຮວ່າຍມິງ, ຜູ້ອຳນວຍການໃຫຍ່ບໍລິສັດລະບາຍນ້ຳຈຳກັດຜູ້ດຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ລະດົມຍານພາຫະນະ, ບຸກຄະລາກອນສົມທົບກັບບັນດາຫົວໜ່ວຍເພື່ອຮັບປະກັນວຽກງານລະບາຍນ້ຳ, ຕ້ານສະພາບນ້ຳອັ່ງໃນບໍລິເວັນນະຄອນ.”

  ຢູ່ແຂວງ ຖ໊າຍງວຽນ, ຄະນະພັກ ແລະ ຄະນະກຳມະການປະຊາຊົນແຂວງ ຖ໊າຍງວຽນ ໄດ້ຮຽກຮ້ອງໃຫ້ກຳລັງປະຈັນບານປ້ອງກັນ, ຕ້ານໄພທຳມະຊາດຢູ່ບັນດາເຂດຈຸດສຸມ ຕ້ອງດຳເນີນຕະຫຼອດ 24 ຊົ່ວໂມງ (ພາບ: VOV)

        ຢູ່ແຂວງ ຖ໊າຍງວຽນ, ຄະນະພັກ ແລະ ຄະນະກຳມະການປະຊາຊົນແຂວງ ຖ໊າຍງວຽນ ໄດ້ຮຽກຮ້ອງໃຫ້ກຳລັງປະຈັນບານປ້ອງກັນ, ຕ້ານໄພທຳມະຊາດຢູ່ບັນດາເຂດຈຸດສຸມ ຕ້ອງດຳເນີນຕະຫຼອດ 24 ຊົ່ວໂມງ; ກະກຽມຍານພາຫະນະ, ວັດຖຸອຸປະກອນ, ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດອິນຊີ, ຊັບສິນຂອງປະຊາຊົນ ແລະ ລະບົບກັນເຈື່ອນໃນບໍລິເວນ. ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນຜັນຂະຫຍາຍບັນດາມາດຕະການໜູນຊ່ວຍປະຊາຊົນຢູ່ບັນດາເຂດທີ່ພວມຖືກເຊາະເຈື່ອນ, ນ້ຳອັ່ງ… ຍ້ອນຝົນຕົກນ້ຳຖ້ວມໄຫຼມາຢ່າງວ່ອງໄວ, ຕອນບ່າຍຂອງວັນດຽວກັນ, ເຂື່ອນໄຟຟ້າ ບັກເຄ 1, ຕາແສງ ເຕິນຕຽນ, ແຂວງ ລ້າງເຊີນ ຖືກແຕກ. ທ່ານ ຮວ່າງງອກຮຶງ, ປະທານຄະນະກຳມະການປະຊາຊົນຕາແສງ ເຕິນຕຽນ, ແຂວງລ້າງເຊີນ, ໃຫ້ຮູ້ວ່າ:

ເຂື່ອນໄຟຟ້າ ບັກເຄ 1, ຕາແສງ ເຕິນຕຽນ, ແຂວງ ລ້າງເຊີນ ແຕກ (ພາບ: VOV)

“ກ່ອນທີ່ເຂື່ອນແຕກ, ອຳນາດການປົກຄອງທ້ອງຖິ່ນ ແລະ ໂຮງງານໄຟຟ້ານ້ຳຕົກ ໄດ້ແຈ້ງສະພາບການເຖິງນາຍບ້ານ ແລະ ພໍ່ແມ່ປະຊາຊົນຢູ່ເຂດລຸ່ມອ່າງເກັບນ້ຳເພື່ອດຳເນີນການຍົກຍ້າຍປະຊາຊົນຢ່າງທັນການ. ປັດຈຸບັນ, ທັງຕາແສງບໍ່ມີໄຟຟ້າໃຊ້, ສະນັ້ນ ກໍບໍ່ສາມາດວັກແທກໄດ້ປະລິມານນ້ຳໄຫຼລົງເຂດລຸ່ມເປັນແນວໃດ. ດຽວນີ້ນ້ຳຍຶງຂຶ້ນຢ່າງວ່ອງໄວ ແລະ ດ້ວຍປະລິມານຫຼາຍ, ອຳນາດການປົກຄອງຕາແສງກໍບໍ່ສາມາດເຂົ້າເຖິງເຂດເກີດເຫດໄດ້ ເພາະວ່າ ຕ້ອງເດີນຜ່ານ 3 4 ຈຸດນ້ຳຖ້ວມໜັກ, ມີຄວາມຫຍຸ້ງຍາກທີ່ສຸດ”.

TAG
VOV/VOVworld/ພາ​ຍຸ ແມດ​ມໍ/ນ້ຳ​ຖ້​ວມ/ຝົນ​ຕົກ​ໜັກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ