logo

ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການຢ່າງ​ຂ້ຽ​ວ​ຂາ​ດ​ແນ​ໃສ່​ປະ​ກອບ​ສ່ວນຍົກ​ເລີກ “ບັດ​ເຫຼືອງ” ຂອງ EC

2025/11/4 | 11:49:31
(VOVWORLD) - ປັດຈຸບັນ, ບັນດາທ້ອງຖິ່ນເຂດແຄມທະເລຂອງ ຫວຽດນາມ ພວມສົມທົບກັບບັນດາກະຊວງ, ຂະແໜງການ… ຜັນຂະຫຍາຍຫຼາຍມາດຕະການແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຊາວປະມົງກ່ຽວກັບການຂຸດຄົ້ນສິນໃນນ້ຳແບບຍືນຍົງ, ຫຼຸດຜ່ອນ ແລະ ມຸ່ງໄປເຖິງການຢຸດຕິສະພາບການລະເມີດ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU.
  ຢູ່ແຂວງ ກວາງນິງ, ມີກ່ຳປັ່ນຫາປາກວ່າ 4.100 ລຳ, 275 ລຳເຄື່ອນໄຫວຢູ່ເຂດນອກຝັ່ງ ລ້ວນແຕ່ໄດ້ຈົດທະບຽນ, ອັບເດດຂໍ້ມູນໃນລະບົບ Vnfishbase... (ພາບ: VOV)

   ປັດຈຸບັນ, ແຂວງ ກາເມົາ ມີກ່ຳປັ່ນຫາປາກວ່າ 5.200 ລຳ, ໃນນັ້ນ ມີກ່ຳປັ່ນຫາປາກວ່າ 1.900 ລຳ ມີຄວາມຍາວສຸດແຕ່ 15 ແມັດຂຶ້ນໄປ, ລ້ວນແຕ່ຕິດຕາມເຄື່ອງຕິດຕາມໄລຍະການເຄື່ອນໄຫວ. ປັດຈຸບັນ, ກາເມົາ ພວມສຸມໃສ່ວຽກງານໂຄສະນາໃຫ້ແກ່ຊາວປະມົງ; ເພີ່ມທະວີວຽກງານຄຸ້ມຄອງກ່ຳປັ່ນ; ຕິດຕາມ, ຄວບຄຸມ ແລະ ກວດກາການເຄື່ອນໄຫວຂອງກ່ຳປັ່ນຫາປາຢູ່ທະເລ ແລະ ທ່າກ່ຳປັ່ນ; ກວດກາແຫຼ່ງທີ່ມາຂອງສິນໃນນ້ຳທີ່ໄດ້ຂຸດຄົ້ນມາ. ພ້ອມດຽວກັນນັ້ນ, ວຽກງານການປະຕິບັດກົດໝາຍ ແລະ ປັບໄໝລົງໂທດການກະທຳລະເມີດກົດໝາຍພວມໄດ້ຮັບຄວາມເອົາໃຈໃສ່. ທ່ານ ເລວັນສື, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ກາເມົາ, ໃຫ້ຮູ້ວ່າ:

        “ບັນດາບັນຫາທີ່ກ່ຽວຂ້ອງເຖິງເຄື່ອງອຸປະກອນຕິດຕາມໄລຍະການເຄື່ອນໄຫວ, ທາງແຂວງໄດ້ສຳຫຼວດກວດຄືນການປະຕິບັດນະໂຍບາຍເພື່ອປະກາດໃຊ້ຢ່າງທັນການ, ເພື່ອແນໃສ່ໜູນຊ່ວຍຊາວປະມົງ. ພ້ອມກັບການເພີ່ມທະວີການປັບໄໝລົງໂທດການກະທຳລະເມີດກົດໝາຍ. ໃນໄລຍະດຳເນີນການປັບໄໝນັ້ນ ຕ້ອງເຮັດແນວໃດເພື່ອຮັກສາຫຼັກຖານໄວ້. ນອກຈາກນັ້ນ, ທາງແຂວງກໍມີການສຳຫຼວດກວດຄືນບັນດາສຳເນົາເອກະສານແກ້ໄຂການລະເມີດ, ກວດກາຄືນຢ່າງລອບຄອບຖີ່ຖ້ວນ”.

ຕຳຫຼວດທະເລມອບເສື້ອຊູຊີບໃຫ້ແກ່ຊາວປະມົງແຂວງ ເລິມດົ່ງ 

        ຢູ່ແຂວງ ກວາງນິງ, ມີກ່ຳປັ່ນຫາປາກວ່າ 4.100 ລຳ, ທາງແຂວງກໍພວມຮີບເຮັ່ງສ້າງ ແລະ ຍົກສູງລະບົບກ່ຳປັ່ນເຂົ້າທຽບທ່າ, ຮັບໃຊ້ຊາວປະມົງລາຍງານປະລິມານ, ອັດເດດສະພາບການເຂົ້າ ແລະ ອອກຈາກທ່າ.

          ໃນຂະນະນັ້ນ, ໃນລະຫວ່າງວັນທີ 3 – 4 ພະຈິກ, ກອງບັນຊາການຕຳຫຼວດທະເລ ເຂດ 3 ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະພັກເລິມດົ່ງ ຈັດຕັ້ງລາຍການ “ຕຳຫຼວດທະເລ ຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ຕາແສງ ຟານຣີເກືອ ແລະ ເທດສະບານ ຝູຖຸຍ.

TAG
VOV/VOVworld/ບັດ​ເຫຼືອງ/ກ່ຳ​ປັ່ນ​ຫາ​ປາ/IUU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ