logo

ບັນ​ດາ​ທ້ອງ​ຖິ່ນ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຕາມ​ມາພາຍຫຼັງ ພາ​ຍຸ Matmo

2025/10/10 | 07:56:18
(VOVWORLD) - ບັນດາທ້ອງຖິ່ນ ຖືກນ້ຳຖ້ວມເລິກຢູ່ເຂດພາກເໜືອຍ້ອນຜົນກະທົບຈາກພາຍຸ Matmo ພວມມານະພະຍາຍາມແກ້ໄຂຜົນຕາມມາພາຍຫຼັງລະດັບນ້ຳຫຼຸດລົງ. 
ພາບປະກອບ: VGP

ຄະນະກຳມະການປະຊາຊົນແຂວງ ໄທງວຽນ ໄດ້ມີໂລທະເລກທາງການ ຮຽກຮ້ອງບັນດາທ້ອງຖິ່ນ ລະດົມກຳລັງກອງທັບ, ຕຳຫຼວດ, ຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມ, ກຳລັງຕະລຸນບ່ອນ ແລະ ປະຊາຊົນ… ທຳຄວາມສະອາດເຮັດອະນາໄມ, ເກັບຂີ້ເຫຍື້ອ, ບຳບັດນ້ຳປະປາ… ດ້ວຍທິດນຳທີ່ວ່າ “ນ້ຳຫຼຸດລົງຮອດໃສ, ຕ້ອງອະນາໄມທຳຄວາມສະອາດຮອດນັ້ນ”. ທ່ານ ນົ່ງກວາງເຍິດ, ຮອງປະທານຄະນະກຳມະການປະຊາຊົນແຂວງ ໄທງວຽນ ໃຫ້ຮູ້ວ່າ:

ທາງແຂວງມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາສິ່ງແວດລ້ອມ. ອຳນາດການປົກຄອງທ້ອງຖິ່ນ ໄດ້ລະດົມທົ່ວລະບົບການເມືອງພ້ອມກັນເຂົ້າຮ່ວມ. ກ່ຽວກັບຢຸກຢາ, ທາງແຂວງໄດ້ຊີ້ນຳໃຫ້ແກ່ຂະແໜງຄື: ສາທາລະນະສຸກ, ກະສິກຳ, ສິ່ງແວດລ້ອມ ຕ້ອງຮັບປະກັນກ່ຽວກັບຢຸກຢາ, ກ່ອນອື່ນໝົດແມ່ນສີດຢາຂ້າເຊື້ອ ແລະ ບັນດາມາດຕະການດ້ານເຕັກນິກວິຊາການ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ເຮັດແນວໃດເພື່ອຈຳກັດບໍ່ປະໃຫ້ເກີດພະຍາດຕິດແປດ.

ຢູ່ກາວບັ່ງ, ການອະນາໄມສິ່ງແວດລ້ອມ ແລະ ປ້ອງກັນຕ້ານພະຍາດຕິດແປດກໍ່ແມ່ນບັນດາເນື້ອໃນທີ່ໄດ້ຮັບການໃຫ້ບຸລິມະສິດພາຍຫຼັງລະດັບນ້ຳຫຼຸດລົງ.


TAG
VOV/VOVworld/ພາ​ຍຸ/ໄພ​ທຳ​ມະ​ຊາດ/ນ້ຳ​ຖ້ວມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ