logo

ບັນ​ດາ​ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ​ມີ​ວິ​ທີ​ການ​ຮັບ​ມື​ກັບ​ພາ​ຍຸ Koto

2025/11/28 | 11:51:38
(VOVWORLD) - ຕໍ່ໜ້າການຜັນແປທີ່ສັບສົນຂອງ ພາຍຸ, ນະຄອນດ່ານັ້ງ ພວມຮີບດ່ວນຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນ ແລະ ເຂດຊຸມຊົນ, ເປັນຕົ້ນແມ່ນຢູ່ບັນດາພື້ນທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ.
ພາບປະກອບ: VOV

ສູນພະຍາກອນ ອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ ໃຫ້ຮູ້ວ່າ ຕອນຄ່ຳວັນທີ 27 ພະຈິກ, ພາຍຸ Koto ເຊິ່ງແມ່ນລູກທີ 15 ໄດ້ເຂົ້າເຖິງເຂດທະເລ ຫວຽດນາມ ໃນປີນີ້, ຢູ່ຫ່າງຈາກເກາະ ຊອງຕືໄຕປະມານ 230 ກີໂລແມັດ. ນັບແຕ່ປັດຈຸບັນຮອດວັນທີ 30 ພະຈິກ, ພາຍຸ Koto ມີທ່າອ່ຽງປ່ຽນທິດເດີນເປັນຫຼາຍຄັ້ງ, ເຮັດໃຫ້ເສັ້ນໂຄຈອນຂອງພາຍຸຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຕໍ່ໜ້າການຜັນແປທີ່ສັບສົນຂອງ ພາຍຸ, ນະຄອນດ່ານັ້ງ ພວມຮີບດ່ວນຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນ ແລະ ເຂດຊຸມຊົນ, ເປັນຕົ້ນແມ່ນຢູ່ບັນດາພື້ນທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ. ກອງບັນຊາການ ການປ້ອງກັນນະຄອນ ດ່ານັ້ງ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນບັນດາຂັ້ນ ປະຕິບັດທິດນຳ “4 ກັບທີ່”, ກວດກາບັນດາເຂດສຳຄັນ, ກຽມພ້ອມການລະດົມກຳລັງໜູນຊ່ວຍປະຊາຊົນຍົກຍ້າຍໄປຍັງບ່ອນປອດໄພ, ເສີມຄວາມແຂງແຮງໃຫ້ເຮືອນຢູ່ຕື່ມອີກເມື່ອມີຄວາມຕ້ອງການ.

ພ້ອມກັບດ່ານັ້ງ, ແຂວງແຄ້ງຮ່ວາ ພວມກ້າວເຂົ້າສູ່ໄລຍະຈຸດສຸມຂອງການຮັບມືກັບພາຍຸ Koto. ຄະນະກຳມະການປະຊາຊົນ ແຂວງແຄ້ງຮວ່າ ຮຽກຮ້ອງໃຫ້ປະຕິບັດການຫ້າມອອກທະເລແຕ່ເວລາ 7 ໂມງເຊົ້າຂອງວັນທີ 28 ພະຈິກ, ພາຍຫຼັງເວລາ 18ໂມງຂອງວັນດຽວກັນ, ລູກເຮືອໝົດທຸກຄົນຕ້ອງເຂົ້າຝັ່ງ, ບໍ່ໃຫ້ຜູ້ລ້ຽງສິນໃນນ້ຳຢູ່ໃນເຮືອນເຮືອຢ່າງເດັດຂາດ.

TAG
VOV/VOVworld/​ການ​ຮັບມ​ື/​ພາ​ຍຸ Koto/​ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ