logo

ບັນດາທ້ອງຖິ່ນເປັນເຈົ້າການ, ເດັດດ່ຽວປ້ອງກັນ, ຕ້ານພາຍຸ Bualoi

2025/9/29 | 11:07:00
(VOVWORLD) - ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຊັນປະກາດໃຊ້ໂທລະເລກທາງການກ່ຽວກັບການສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຈາກພາຍຸ Bualoi ແລະ ສະພາບຝົນຕົກ, ນ້ຳແກ່ງຖ້ວມພາຍຫຼັງພາຍຸ.
(ທະຫານຊາຍແດນໄດ້ລະດົມກຳລັງເພື່ອໜູນຊ່ວຍຮັບມືກັບພາຍຸ, ຝົນຕົກ)

ພາຍຸ Bualoi ພັດຖະຫຼົ່ມພາກກາງ ຫວຽດນາມ ໃນຕອນເຊົ້າວັນທີ 29 ກັນຍາ. ພາຍຸໄດ້ສົ່ງຜົນສະທ້ອນໂດຍກົງເຖິງບັນດາແຂວງຈາກ ແທັງຮວາ ຫາ ເຫ້ວ, ມີຫຼາຍເຂດເກີດຝົນຕົກໜັກໃນວັນທີ 27 ແລະ 28 ກັນຍາ, ໂດຍສະເພາະແມ່ນຢູ່ ກວາງຈິ້, ເຫ້ວ, ດ່ານັ້ງ ແລະ ແທັງຮວາ. ພາຍຸ, ຝົນຕົກ, ນ້ຳແກ່ງຖ້ວມໄດ້ເຮັດໃຫ້ຢ່າງໜ້ອຍສຸດມີເສຍຊີວິດ ແລະ ຫາຍສາບສູນ 5 ຄົນ.

ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຊັນປະກາດໃຊ້ໂທລະເລກທາງການກ່ຽວກັບການສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຈາກພາຍຸ Bualoi ແລະ ສະພາບຝົນຕົກ, ນ້ຳແກ່ງຖ້ວມພາຍຫຼັງພາຍຸ. ໂທລະເລກຊີ້ແຈ້ງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເດັດດ່ຽວຜັນຂະຫຍາຍວຽກງານຮັບມື ເພື່ອຮັບປະກັນຄວາມປອດໄພທາງຊີວິດອິນຊີໃຫ້ແກ່ປະຊາຊົນ, ຈຳກັດຄວາມເສຍຫາຍດ້ານຊັບສິນຂອງປະຊາຊົນ ແລະ ຂອງລັດ.

ວັນທີ 28 ກັນຍາ, ທະຫານຊາຍແດນນະຄອນ ເຫ້ວ ໄດ້ລະດົມກຳລັງ, ພາຫະນະຢ່າງສຸດຂີດ ເພື່ອໜູນຊ່ວຍປະຊາຊົນຮັບມືກັບພາຍຸ, ຝົນຕົກ. ທ່ານພັນເອກ ເຈິ່ນມິນຕວ່ານ, ຫົວໜ້າເສນາທິການທະຫານປ້ອງກັນຊາຍແດນນະຄອນ ເຫ້ວ, ໃຫ້ຮູ້ວ່າ:

“ກອງບັນຊາການທະຫານຊາຍແດນໄດ້ຊີ້ນຳໃຫ້ກຳລັງລົງໄປບໍລິເວນ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງຕຳຫຼວດ, ທະຫານລາດປ້ອງກັນຕົວບັນດາຕາແສງ, ເພື່ອໜູນຊ່ວຍປະຊາຊົນ. ໄລ່ຮອດເວລາ 17 ໂມງຂອງວັນທີ 28 ກັນຍາ, ພະນັກງານ, ນັກຮົບ, ອຳນາດການປົກຄອງນະຄອນ, ບັນດາກຳລັງໄດ້ຍົກຍ້າຍ 1.428 ຄອບຄົວ, ກວ່າ 4.820 ຄົນໄປເຂດຫຼີກລ້ຽງພາຍຸ, ຮັບປະກັນຄວາມປອດໄພ”.

ຕາມການລາຍງານໂດຍໄວຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄລ່ຮອດເລວາ 12 ໂມງຂອງວັນທີ 29 ກັນຍາ, ພາຍຸ Bualoi ແລະ ຝົນຕົກໜັກໄດ້ເຮັດໃຫ້ມີ 11 ຄົນເສຍຊີວິດ, 13 ຄົນຫາຍຊາບສູນ ແລະ 8 ຄົນຕິດຕໍບໍ່ໄດ້, 33 ຄົນຖືກບາດເຈັບ, ມີເຮືອນຊານ, ຮາກຖານການຜະລິດດຳເນີນທຸລະກິດຫຼາຍແຫ່ງຖືກລົມພັດເລີກຫຼັງຄາ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ.

TAG
VOV/VOVworld/ທ້ອງ​ຖິ່ນ/​ເດັດ​ດ່ຽວ/​ຜັນ​ຂະ​ຫຍາຍ​/ວຽກ​ງານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ