logo

ບັນດາທ່າອ່ຽງໃຫຍ່ພວມລໍຖ້າ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາກາລະໂອກາດໃຫ້ສຳລັບ ຫວຽດນາມ

2025/12/27 | 05:49:31
(VOVWORLD) - ໄທ, ຟີລິບປິນ ແລະ ຫວຽດນາມ ຍັງໄດ້ຮັບຜົນປະໂຫຍດຈາກບັນດາຜົນກະທົບທີ່ຕັ້ງໜ້າ, ເຖິງວ່າຢູ່ລະດັບຕ່ຳກວ່າ ຍ້ອນຕ້ອງອີງໃສ່ການສົ່ງອອກທັນຍາຫານ ແລະ ຜະລິດຕະພັນກະເສດເປັນຕົ້ນ.
(ພາບປະກອບ: TTXVN)

ວັນທີ 26 ທັນວາ, ເວັບໄຊ businesstimes.com.sg (ສິງກະໂປ) ໄດ້ລົງບົດຂຽນໂດຍຖືວ່າ ກ້າວເຂົ້າສູ່ປີ 2026, ເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການຄ້າ ແລະ ພາສີອາກອນ, ເຖິງວ່າລະດັບເຕີບໂຕໃນປີນີ້ຈະໄດ້ຮັບການຮັກສາເປັນປົກຕິພໍສົມຄວນ ຍ້ອນມີການສົ່ງອອກ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການຫັນປ່ຽນລະບົບສະໜອງ, ແລະ ມີ 5 ທ່າອ່ຽງໃຫຍ່ພວມລໍຖ້າ ອາຊີຕາເວັນອອກສ່ຽງໃຕ້ ແລະ ກາລະໂອກາດໃຫ້ສຳລັບ ຫວຽດນາມ. ທ່ານນາງ Deepali Bhargava, ຫົວໜ້ານັກເສດຖະກິດພາກພື້ນ ອາຊີ - ປາຊີຟິກ ຂຶ້ນກັບກຸ່ມບໍລິສັດນາໆຊາດ ING, ໃຫ້ຂໍ້ສັງເກດວ່າ: ໄທ, ຟີລິບປິນ ແລະ ຫວຽດນາມ ຍັງໄດ້ຮັບຜົນປະໂຫຍດຈາກບັນດາຜົນກະທົບທີ່ຕັ້ງໜ້າ, ເຖິງວ່າຢູ່ລະດັບຕ່ຳກວ່າ ຍ້ອນຕ້ອງອີງໃສ່ການສົ່ງອອກທັນຍາຫານ ແລະ ຜະລິດຕະພັນກະເສດເປັນຕົ້ນ. ກ່ຽວກັບແຫຼ່ງທຶນ FDI, ບົດຂຽນໃຫ້ຂໍ້ສັງເກດວ່າ ໃນປີ 2025, ບັນດາດັດຊະນີ FDI ຍັງສືບຕໍ່ໄດ້ຮັບການປັບປຸງຢູ່ ຫວຽດນາມ, ມາເລເຊຍ ແລະ ໄທ ແລະ ຄາດຄະເນວ່າ ບັນດາບ້ວງເງິນລົງທຶນນີ້ຈະສືບຕໍ່ເພີ່ມຂຶ້ນໃນປີ 2026.

TAG
VOV/VOVworld/​ຫັນ​ປ່ຽນ/​ລະ​ບົບ/​ສະ​ໜອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ